ໃນວັນທີ 24 ພຶດສະພາ 2021, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງ ຄວາມຜ່ານທາງເບີ້ວັອດແອັບ ປກສ ນວ ວ່າ: ມີຮ້ານເສີມສວຍ ຢູ່ເຂດເມືອງສີໂຄດຕະບອງ ຫຼາຍຮ້ານຍັງເປີດໃຫ້ບໍລິການທີ່ເປັນການລະເມີດແຈ້ງການຂອງ ເຈົ້າຄອງ ນວ ໄດ້ວາງອອກ. ສະນັ້ນ, ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງສີໂຄດຕະບອງ ລົງກວດກາພົບເຫັນຮ້ານທີ່ຍັງເປີດບໍລິການມີ 4 ຮ້ານ; ເຈົ້າໜ້າທີ່ພ້ອມດ້ວຍອຳນາດການປົກຄອງບ້ານຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກ ມີດັ່ງນີ້: 1. ຮ້ານເສີມສວຍ ນາງ ການິນ ອາຍຸ 34 ປີ, ອາຊີບເສີມສວຍ ຕັ້້ງຢູ່ບ້ານໜອງດ້ວງໃຕ້; 2. ຮ້ານເສີມສວຍ ນາງ ດົ່ງທີ່ຈ່າງ ອາຍຸ 22 ປີ, ອາຊີບເສີມສວຍ, ສັນຊາດລາວ, ເຊື້ອຊາດຫວຽດນາມ ຕັ້ງຢູ່ບ້ານໜອງດ້ວງໃຕ້; 3. ຮ້ານຕັດຜົມ ທ້າວ ພອນສະຫວັນ ອາຍຸ 40 ປີ, ອາຊີບຊ່າງຕັດຜົມ, ຕັ້ງຢູ່ບ້ານທົ່ງປົ່ງ; 4. ຮ້ານເສີມສວຍ ນາງ ຫ່າ, ອາຍຸ 25 ປີ, ອາຊີບເສີມສວຍ, ສັນຊາດ-ເຊື້ອຊາດ ຫວຽດນາມ ຕັ້ງຢູ່ບ້ານທົ່ງປົ່ງ; ທັງ 4 ຮ້ານແມ່ນຢູ່ ເມືອງສີໂຄດຕະບອງ ນວ.


ຕໍ່ກັບບັນຫາດັ່ງກ່າວ, ເຫັນວ່າທັງ 4 ຮ້ານ ແມ່ນລະເມີດແຈ້ງການ ເລກທີ 02/ຈນວ ທີ່ລະບຸໄວ້ໃນຂໍ້ 1.2 ມາດຕະການເພິ່ມເຕີມ, ຂໍ້ 1. ຫ້າມເປີດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊິໂນ, ຮ້ານສະນຸກ ເກີ, ຮ້ານເກມທຸກປະເພດ, ສັງວຽນຕີໄກ່, ຕະຫຼາດກາງຄືນ ແລະ ອື່ນໆ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ.


ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະ ການ, ຫົວໜ່ວຍທຸລະກິດຕ່າງໆໃຫ້ປະຕິບັດຕາມຄຳສັ່ງ ເລກ ທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ. ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ທີ່ຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ, ທັງນີ້ກໍ່ເພື່ອເປັນການຄວບຄຸມ, ສະກັດກັ້ນການແພ່ລະບາດຂອງພະຍາດ COVID-19 ທີ່ກຳລັງແຜ່ລະບາດ ແລະ ຂໍໃຫ້ພໍ່-ແມ່ປະຊາຊົນຊາວ ນະຄອນຫຼວງວຽງຈັນ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ຖ້າຫາກພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆ ໃຫ້ແຈ້ງທາງເບີ້ວັອດແອັບ 020 28899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.