ໃນວັນທີ 2 ມິຖຸນາ 2021, ທ່ານ ປະສາດໄຊ ພິລາພັນເດຊ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງທີ I ເມືອງສີສັດຕະນາກ; ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ ແລະ ກຸ່ມໝູ່ເພື່ອນຄອບຄົວດຽວກັນ ໄດ້ນໍາເອົາເງິນ ແລະ ນໍ້າດື່ມ ມາມອບໃຫ້ຄະນະສະເພາະກິດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຕາງໜ້າໃຫ້ 3 ພາກສ່ວນ; ກ່າວມອບໂດຍ ທ່ານ ປະສາດໄຊ ພິລາພັນເດຊ ແລະ ກ່າວຮັບໂດຍ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ໂດຍມີຄະພັກເມືອງ, ຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງດັ່ງກ່າວເຂົ້າຮ່ວມ.

ໃນນີ້, ທ່ານ ປະສາດໄຊ ພິລາພັນເດຊ ໄດ້ມອບເງິນມູນຄ່າ ຈໍານວນ 50.000.000 ກີບ, ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈໍາກັດ 4.000.000 ກີບ ພ້ອມນໍາດື່ມ 150 ແພັກ ແລະ ກຸ່ມໝູ່ເພື່ອນຄອບຄົວດຽວກັນ ມອບນໍາດື່ມ ຈໍານວນ 200 ແພັກ ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງສີສັດຕະນາກ ໃຫ້ມີຄວາມຄ່ອງຕົວ ແລະ ມີປະສິດທິພາບສູງຂຶ້ນຕື່ມ.

ໂອກາດນີ້, ທ່ານ ເດດສົງຄາມ ທໍາມະວົງ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບ 3 ພາກສ່ວນທີ່ໄດ້ປະກອບສ່ວນອຸປະຖໍາຊຸກຍູ້ວຽກງານປ້ອງກັນຕ້ານ ແລະ ສະກັດກັນການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງຄັ້ງນີ້ ແລະ ກໍຈະໄດ້ນໍາໄປມອບຕໍ່ໃຫ້ໜ່ວຍງານສະເພາະກິດທີ່ກໍາລັງປະຕິບັດໜ້າທີ່ຢູ່ຕາມບ້ານໂດຍສະເພາະແມ່ນຢູ່ບ້ານເຂດສີແດງຂອງເມືອງ.