ໃນວັນທີ 1 ມິຖຸນາ 2021, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງນ້ຳທາ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເພື່ອສະເຫຼີມສະຫຼອງວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ; ໂດຍມີ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຄະນະຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຫຸມພັນ ເຮືອງວົງສາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ກ່າວວ່າ: ເບ້ຍໄມ້ທີ່ນຳມາປູກໃນປີນີ້ ມີ: ຕົ້ນຂີ້ເຫຼັກ ຈຳນວນ 1.500 ກວ່າຕົ້ນ ແລະ ຕົ້ນໄມ້ກິນໝາກອີກຈຳນວນໜຶ່ງ; ປູກໃສ່ດິນຂອງຄ້າຍຄຸມຂັງ-ດັດສ້າງ ບ່ອນເປົ່າວ່າງ, ມີເນື້ອທີ່ທັງໝົດປະມານ 3 ເຮັກຕາ; ນອກນັ້ນ, ຍັງໄດ້ບົວລະບັດຕົ້ນໄມ້ທີ່ປູກແລ້ວໃນປີຜ່ານມາ ແລະ ໄດ້ປູກທົດແທນຄືນຕົ້ນທີ່ຕາຍໄປ ເພື່ອເຮັດໃຫ້ຕົ້ນໄມ້ໃຫຍ່ສູງ ແລະ ງົດງາມ ໃນພື້ນທີ່ດິນທີ່ກຳນົດໄວ້ໃຫ້ເປັນພື້ນທີ່ສີຂຽວໃນບໍລິເວນຄ້າຍຄຸມຂັງ-ດັດສ້າງ.

ຈຸດປະສົງການປູກຕົ້ນໄມ້ໃນຄັ້ງນີ້, ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ກໍຄືວັນຕ້ານການໃຊ້ແຮງງານເດັກນ້ອຍສາກົນ ທັງເປັນການຟື້ນຟູປ່າໄມ້, ເພີ່ມຄວາມອຸດົມສົມບູນ ປະກອບສ່ວນການຈັດຕັ້ງປະຕິບັດຄາດໝາຍດ້ານສິ່ງແວດລ້ອມ, ເພື່ອປົກປັກຮັກສາ ແລະ ພັດທະນາຊັບພະຍາກອນທຳມະຊາດກາຍເປັນອົງປະກອບທີ່ສຳຄັນ ໃນໂຄງປະກອບເສດຖະກິດຂອງຄ້າຍ, ສ້າງປະຖົມປັດໄຈ ໃຫ້ແກ່ຄ້າຍຄຸມຂັງ-ດັດສ້າງ ເປັນຄ້າຍສີຂຽວສົດໄສ.