ໃນວັັນທີ 31 ພຶດສະພາຜ່ານມານີ້, ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຜົ້ງສາລີ ໄດ້ນຳຄາດຕະກອນໃຈໂຫດ ຊື່ ທ້າວ ຈາແສງ ອາຍຸ 28 ປີ ວ່າງງານ, ປັດຈຸບັນຢູ່ບ້ານນ້ຳກັ່ງ ເມືອງບຸນເໜືອ ແຂວງຜົ້ງສາລີ ທີ່ເປັນຄົນກໍ່ເຫດຄາດຕະກຳ ນາງ ມ້າເຊີ ອາຍຸ 42 ປີ ປະຊາຊົນຢູ່ບ້ານຜາປຸນເກົ່າ ເມືອງບຸນເໜືອ ແຂວງຜົ້ງສາລີ ໄປທົດສະກໍາຂໍ້ມູນຄືນໃໝ່ ເພື່ອປະກອບຄຳສາລະພາບໃສ່ສຳນວນຄະດີ ສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມລະບຽບກົດໝາຍ.

ພາຍຫຼັງທີ່ເຈົ້າໜ້າທີ່ກັກຕົວ ທ້າວ ຈາແສງ ໄດ້ແລ້ວ ກໍນຳໄປສອບສວນ ເຊິ່ງຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນເວລາປະມານ 8:00-9:00 ໂມງ ຂອງວັນທີ 26 ເມສາ 2021, ຜູ້ກ່ຽວ ແລະ ທ້າວ ພ່ຽວງັ້ງ (ຜົວຂອງຜູ້ຖືກເຄາະຮ້າຍ) ໄດ້ກິນເຂົ້າຮ່ວມກັນ ພ້ອມທັງໄດ້ດື່ມເຫຼົ້າປະມານ 5-6 ຈອກ ທີ່ເຮືອນຂອງ ທ້າວ ພ່ຽວງັ້ງ; ຈາກນັ້ນ, ຜູ້ກ່ຽວໄດ້ລັກເສບຢາບ້າຄົນດຽວ ຈໍານວນ 2 ເມັດ ແລ້ວກະກຽມອຸປະກອນອອກແຮງງານ ເຊັ່ນ: ພ້າ ແລະ ນ້ຳດື່ມ, ຈຸດປະສົງແມ່ນຈະໄປຮັບເໝົາເຮາະໄຮ່ຂອງ ທ້າວ ພ່ຽວງັ້ງ ແລະ ນາງ ມ້າເຊີ (ຜູ້ຖືກເຄາະຮ້າຍ) ໃນລາຄາ 350.000 ກີບ.

ພໍໄປຮອດໄຮ່, ຜູ້ກ່ຽວກໍໄດ້ເລີ່ມລົງມືເຮັດວຽກຈົນຮອດເວລາ 11:00 ໂມງ ຈຶ່ງໄດ້ນັ່ງພັກຜ່ອນ, ເຊິ່ງໃນເວລານັ້ນ ນາງ ມ້າເຊີ (ຜູ້ຖືກເຄາະຮ້າຍ) ໄດ້ມາຮອດໄຮ່; ພ້ອມທັງຮ້າຍດ່າຕົນ ທີ່ຊັກຊວນຜົວ ທ້າວ ພ່ຽວງັ້ງ ດື່ມເຫຼົ້າ ແລະ ເວົ້າໝິ່ນປະໝາດຫຼາຍຢ່າງ. ເມື່ອເປັນແນວນັ້ນ, ຜູ້ກ່ຽວຈຶ່ງເກີດຄວາມໂມໂຫ ຈຶ່ງຈັບພ້າທີ່ຕົນນຳມາເຮາະໄຮ່ ໄລ່ຟັນ ນາງ ມ້າເຊີ ເເຕ່ນາງແລ່ນໜີໄປທາງສວນອ້ອຍ.

ແຕ່ຜູ້ກ່ຽວກໍແລ່ນນຳທັນ ຈຶ່ງເອົາພ້າຟັນໃສ່ຂາເບື້ອງຂວາຂອງນາງ 1 ເທື່ອ ແລະ ຟັນໃສ່ຄໍເບື້ອງຊ້າຍ 3 ເທື່ອ, ເຮັດໃຫ້ ນາງ ມ້າເຊີ ລົ້ມລົງ ແລ້ວເສຍຊີວິດຄາທີ່; ຈາກນັ້ນ, ຜູ້ກ່ຽວໄດ້ຫັກເອົາໃບໄມ້ມາປົກໃສ່ສົບແລ້ວຫຼົບໜີໄປຢູ່ບ້ານຫ້ວຍລໍ ເມືອງບຸນເໜືອ ແຂວງຜົ້ງສາລີ ຈົນມາຮອດວັນທີ 27 ເມສາ 2021 ເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ກໍຕິດຕາມກັກຕົວມາດໍາເນີນຄະດີ. ສ່ວນສາເຫດ ແລະ ແຮງຈູງໃຈທີ່ກໍ່ໃຫ້ເກີດມີຄະດີຄາດຕະກຳຄັ້ງນີ້ ກໍຍ້ອນຜູ້ກ່ຽວໄດ້ດື່ມເຫຼົ້າ ແລະ ເສບຢາບ້າ; ບວກກັບຖືກຜູ້ຖືກເຄາະຮ້າຍປ້ອຍດ່າ ຈຶ່ງເຮັດໃຫ້ຜູ້ກ່ຽວເກີດຄວາມໂມໂຫ, ປະສາດຫຼອນ ແລ້ວລົງມືຄາດຕະກຳ. ປັດຈຸບັນ, ຕໍ່ກັບຄະດີດັ່ງກ່າວນີ້ ທາງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງ ພວມປະກອບສຳນວນຄະດີສົ່ງໃຫ້ໄອຍະການ ດຳເນີນຕາມຕອນກົດໝາຍຂັ້ນຕອນຕໍ່ໄປ.