ກອງພົນທີ 2 ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ປະດັບທຽບຊັ້ນເປັນນາຍທະຫານ ໃນວັນທີ 27 ພຶດສະພາ 2021; ເປັນປະທານໂດຍ ພັອ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2, ມີອົງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ ເຂົ້າຮ່ວມ.

ໃນພິທີ, ພັທ ໄຊຊະນະ ສີສົມພອນ ຮອງຫົວໜ້າພະແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນຮຽນຈົບວິຊາສະເພາະ ຈາກສາຍລັດ ຢູ່ກອງພົນທະຫານຮາບທີ 2; ເຊິ່ງໄດ້ຕົກລົງເລື່ອນຊັ້ນ ແລະ ປະດັບທຽບຊັ້ນນາຍທະຫານ ຢູ່ກອງພົນທະຫານຮາບທີ 2 ທັງໝົດ 190 ສະຫາຍ; ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈໍານວນ 56 ສະຫາຍ, ຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 73 ສະຫາຍ, ໃນນັ້ນເລື່ອນທຽບຊັ້ນ 35 ສະຫາຍ,  ຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ຈໍານວນ 59 ສະຫາຍ, ໃນນັ້ນເລື່ອນທຽບຊັ້ນ ຈໍານວນ 18 ສະຫາຍ ແລະ ປະດັບທຽບຊັ້ນເປັນນາຍທະຫານ ໃຫ້ນັກຮຽນຮຽນຈົບວິຊາສະເພາະຈາກສາຍລັດ 2 ສະຫາຍ.

ໃນຕອນທ້າຍ, ພັອ ຄໍາດີ ໄຊຍະວົງ ກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ທຽບຊັ້ນ ຈົ່ງພ້ອມກັນສຸມສະຕິປັນຍາຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ສືບຕໍ່ປະກອບສ່ວນປັບປຸງກໍ່ສ້າງກົມກອງ ແລະ ແກ້ໄຂຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເລື້ອຍໆ; ເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກ ໃຫ້ໜັກແໜ້ນ, ຊ່ວຍເຫຼື່ອເຊິ່ງກັນແລະກັນ ໃຫ້ສະນິດແໜ້ນ ແລະ ສືບຕໍ່ສ້າງຂະບວນການຕ່າງໆ ຢູ່ພາຍໃນກົມກອງ ໃຫ້ເປັນຂະບວນຟົດຟື້ນ ແລະ ປະຕິບັດມະຕິຄໍາສັ່ງ ຂອງຂັ້ນເທິງ ໃຫ້ເຂັ້ມງວດພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້.