ທ້າຍເດືອນຜ່ານມາ, ທ່ານ ພົງສະສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບໍ່ແຕນ ໂດຍມີ ທ່ານ ສົມສະໜຸກ ໄຊອຸດົມ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາທຸກພາກສ່ວນຂອງເມືອງໃຫ້ການຕ້ອນຮັບ, ພ້ອມທັງໄດ້ລາຍງານວຽກງານຮອບດ້ານໂດຍສັງເຂບ.

ໂດຍລວມແລ້ວ ເມືອງບໍ່ແຕນ ແມ່ນມີຄວາມສະຫງົບຮອບດ້ານ, ພະນັກງານຫຼັກແຫຼ່ງ ແລະ ປະຊາຊົນ ແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບ; ດ້ານເສດຖະກິດ, ໄດ້​ສືບ​ຕໍ່​ຂະຫຍາຍຕົວ​ຕາມ​ທິດ​ທີ່​ກຳນົດ​ໄວ້, ສະບຽງ​ອາຫານ​ຍັງ​ສາມາດ​ກຸ້ມ​ຕົນ​ເອງ​ໄດ້​ພາຍ​ໃນ​ເມືອງ, ການ​ຜະລິດ​ເປັນ​ສິນຄ້າ​​ເປັນ​ຕົ້ນ​ແມ່ນ​ປູກພືດອຸດສາຫະກຳ, ການ​ລ້ຽງສັດ​ໃຫຍ່​ປະ​ເພດ​ງົວ​-ຄວາຍ ແມ່ນເພີ່ມຂຶ້ນ,  ແຕ່ໃນໄລຍະນີ້ ໄດ້ເກີດມີພະຍາດ ລຳປີສະກິນ (ພະຍາດຕຸ່ມຜິວໜັງ) ລະບາດຫຼາຍຢູ່ເຂດເທດສະບານເມືອງ ມີທັງໝົດ 11 ບ້ານ ມີສັດຕິດເຊື້ອທັງໝົດ 451 ໂຕ.

ຕໍ່ສະພາບການດັ່ງກ່າວເມືອງກໍໄດ້ມອບໃຫ້ຂະແໜງການກ່ຽວຂ້ອງ ລົງກວດກາ ແລະ ແກ້ໄຂຢ່າງຮີບດ່ວນ, ການຜະລິດລະດູແລ້ງ ໄດ້ປະຕິບັດຕາມແຜນການ 408 ເຮັກຕາ, ນາແຊງ 28 ເຮັກຕາ, ສາລີຫວານ 85 ເຮັກຕາ, ພືດຜັກຕ່າງໆ 380 ກວ່າເຮັກຕາ, ໜໍ່ແໜງໃໝ່ແມ່ນການລ້ຽງເປັດພັນໄຂ່ ສາມາດ​ສະໜອງ​ພາຍ​ໃນ​ເມືອງ, ​ ການກະກຽມຜະລິດລະດູປີແມ່ນຕົກກ້າສຳເລັດກວ່າ 90%, ປັກດຳແລ້ວ 20% , ການປູກພືດອຸດສາຫະກໍາເຊັ່ນ: ສາລີ, ມັນຕົ້ນ ແມ່ນສຳເລັດຈຳນວນຫຼາຍ.

ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ໂອ້ລົມ ພ້ອມທັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງເມືອງຈົ່ງເອົາໃຈໃສ່ເພີ່ມຄວາມເປັນເຈົ້າການເກັບກໍາສະພາບຕ່າງໆຕາມຊາຍແດນໃຫ້ເປັນປົກກະຕິ, ກໍາໃຫ້ໄດ້ທຸກສະພາບການຂອງກຸ່ມຄົນບໍ່ດີ, ສືບຕໍ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ກັບປະຊາຊົນດ້ວຍຫຼາຍຮູບແບບ ໂດຍລົງເລິກບັນຫາປະກົດການຫຍໍ້ທໍ້ເຊັ່ນ: ການຄ້າ-ຂາຍ ເສບຢາບ້າ, ການລັກລອບຕັດໄມ້ຢູ່ຊາຍແດນ ແລະ ອື່ນໆ, ຍົກສູງຄວາມເປັນແບບຢ່າຂອງຄະນະພັກ, ອໍານາດການປົກຄອງເມືອງໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງເສດຖະກິດໃຫ້ເຂັ້ມແຂງເປັນຕົ້ນແມ່ນການຜະລິດກະສິກໍາດ້ວຍການປູກ-ການລ້ຽງ, ເຮັດໃຫ້ຫຼາຍ, ໃຫ້ກຸ້ມກິນ ແລະ ຂາຍເປັນສິນຄ້າ, ສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແມ່ນໃຫ້ສືບຕໍ່ປະຕິບັດບັນດາມາດຕະການຂອງຄະນະສະເພາະກິດຂອງແຂວງ ແລະ ສູນກາງວາງອອກຢ່າງເຂັ້ມງວດ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ເກັບກໍາຄົນເຂົ້າ-ອອກເມືອງໃຫ້ເປັນປົກກະຕິ.