ໃນວັນທີ 2 ມິຖຸນາ 2021, ແຂວງຄໍາມ່ວນ ໄດ້ຈັດພິທີເຊືື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ເພື່ອແນໃສ່ເຮັດໃຫ້ຄະນະພັກທຸກຂັ້ນມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນຈິດໃຈຂອງເອກະສານ; ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນງານ, ໂຄງການໃຫ້ແທດເໝາະກັບໜ້າທີ່ວຽກງານຂອງຕົນໃຫ້​ເກີດ​ຜົນເປັນຈິງ ແລະ ສຳເລັດຕາມລະດັບຄາດໝາຍໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ ຄຳມ່ວນ; ມີບັນດາສະຫາຍຄະນະປະຈຳ, ກຳມະການພັກແຂວງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະພັກ ປກຊ, ປກສ, ອາດີດການນຳຂອງແຂວງ ຕະຫລອດພະນັກງານນໍາພາຄຸ້ມຄອງຫຼັກແຫຼ່ງຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.

ສະຫາຍ ວັນໄຊ ພອງສະຫວັນ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການຈາກນັ້ນກໍໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ  XI ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX; ກຳນົດທິດທາງໜ້າທີ່ຕົ້ນຕໍຂອງອົງຄະນະພັກແຂວງໃນ 5 ປີ 2021-2025, ບັນດາກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI; ເຊິ່ງຈິດໃຈຊີ້ນຳລວມໃນການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຕ້ອງໄດ້ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການຜັນຂະຫຍາຍ ໂດຍສະເພາະແມ່ນເນື້ອໃນທີ່ສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ນຳພາຊີ້ນຳໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບຂອງຕົນ; ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາພະແນກການ ແລະ ເມືອງ ກໍຄືຂະແໜງການຕ່າງໆ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ເປັນແຜນງານໂຄງການ ແລະ ກິດຈະກຳລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ; ພ້ອມນັ້ນ, ຕ້ອງໄດ້ເພີ່ມທະວີການນຳພາຊີ້ນຳຂອງຄະນະພັກໃນການຈັດຕັ້ງຜັນຂະຫຍາຍມະຕິຄັ້ງທີ XI ໃຫ້ແທດເຖິງຕົວຈິງ ແລະ ສາມາດສ້າງໄດ້ຜົນສໍາເລັດໃໝ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.