ໃນວັນທີ 1 ມີຖຸນາ 2021 ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີຊັບຊ້ອນກຳລັງໃໝ່ທີ່ຈົບການສຶກສາມາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 3 ໃຫ້ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 5 ເມືອງ; ໂດຍການເປັນປະທານຂອງ ພັທ ວິໄລ ແກ້ວວິໄລຫົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ປກສ 5 ເມືອງ ຕະຫຼອດຮອດກຳລັງໃໝ່ ເຂົ້າຮ່ວມ.

ພັທ ກິ່ງຄຳ ຈັນລາຕີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊສົມບູນ ສະບັບເລກທີ 1117/ປກສ.ຊບ, ລົງວັນທີ 31 ພຶດສະພາ 2021 ວ່າດ້ວຍການຊັບຊ້ອນພົນຕຳຫຼວດທີ່ຈົບການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 3 ກອງບັນຊາການ ປກສ ແຂວງຊຽງຂວາງ ປະຈຳປີ 2021; ໃຫ້ກັບບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ກອງບັນຊາການ ປກສ 5 ເມືອງ ທັງໝົດ ຈໍານວນ 34 ສະຫາຍ ຍິງ 3 ສະຫາຍ; ໃນນີ້, ຫ້ອງການກອງບັນຊາການ ປກສ ແຂວງ 2 ສະຫາຍ ຍິງ 1 ສະຫາຍ; ຫ້ອງການເມືອງ 1 ສະຫາຍ, ຫ້ອງຕໍາຫຼວດ 5 ສະຫາຍ, ຫ້ອງສັນຕິບານ 2 ສະຫາຍ, ຫ້ອງພະລາທິການ 2 ສະຫາຍ ຍິງ 1 ສະຫາຍ, ຫ້ອງສືບຂ່າວ 504 1 ສະຫາຍ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 1 ສະຫາຍ; ກອງພັນປ້ອງກັນເຄື່ອນທີ່ 5 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 2 ສະຫາຍ, ປກສ ເມືອງອະນຸວົງ 2 ສະຫາຍ; ປກສ ເມືອງລ້ອງຊານ 3 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງທ່າໂທມ 3 ສະຫາຍ, ປກສ ເມືອງຮົ່ມ 2 ສະຫາຍ ແລະ ປກສ ເມືອງລ້ອງແຈ້ງ 3 ສະຫາຍ.

ໂອກາດດຽວກັນນີ້, ພັທ ວິໄລ ແກ້ວວິໄລຫົງ ກໍໄດ້ໂອ້ລົມຕໍ່ກັບພົນຕຳຫຼວດທີ່ສຳເລັດການສຶກສາມາໃໝ່ ພ້ອມທັງຮຽກຮ້ອງໃຫ້ພົນຕຳຫຼວດແຕ່ລະສະຫາຍ ຈົ່ງພ້ອມກັນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິບັດ,  ມີຈັນຍາບັນ, ຈັນຍາທຳ, ປະຕິບັດລະບຽບກົດໝາຍຂອງພັກ-ລັດ ກໍຄືກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມງວດ, ສາມາດຈຳແນກມິດ-ສັດຕູຢ່າງຈະແຈ້ງ ແລະ ພ້ອມກັນເຮັດໜ້າທີ່ການເມືອງຕາມພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.