ແຂວງຄຳມ່ວນ ໄດ້ຈັດພິທີສືບຕໍ່ຈັດຕັ້ງການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຄໍາມ່ວນ ໃນວັນທີ 16 ມິຖຸນາ 2021; ໂດຍການເປັນປະທານຂອງ ສະຫາຍ ບຸນມີ ພິມມະສອນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ມີບັນດາຄະນະພະແນກ, ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ 300 ກວ່າສະຫາຍ.

ສະຫາຍ ບຸນມີ ພິມມະສອນ ໄດ້ຍົກໃຫ້ເຫັນວ່າ: ແນວທາງ, ມະຕິຂອງພັກ ເຖິງຈະຖືກຕ້ອງປານໃດກໍຕາມຖ້າພະນັກງງານສະມາຊິກພັກຫາກບໍ່ມີຄວາມຮັບຮູ້, ຄວາມເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນການຈັດຕັ້ງປະຕິບັດກໍບໍ່ໄປບໍ່ມາ, ບໍ່ສາມາດນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນ. 

ຈຸດປະສົງໃນການຈັດຕັ້ງເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງນີ້, ກໍເພື່ອແນໃສ່ໃຫ້ພະນັກງານ, ສະມາຊິກພັກຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ເນື້ອໃນຈິດໃຈຂອງມະຕິດັ່ງກ່າວ ເພື່ອຄວາມເປັນເອກະພາບ ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ເກີດຜົນເປັນຈິງ ແລະ ສຳເລັດຕາມລະດັບຄາດໝາຍ; ເຊິ່ງການຄົ້ນຄວ້າເຊື່ອຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃນຄັ້ງນີ້ແມ່ນຈະໄດ້ສຸມໃສ່ບັນດາເອກະສານພື້ນຖານສຳຄັນຕົ້ນຕໍຄື: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງຄໍາມ່ວນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝ XI, ກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 3 ວັນ, (ແຕ່ວັນທີ 16-18 ມິຖຸນາ 2021) ຈິ່ງຈະສຳເລັດ.