ໂຮງຮຽນການທະຫານທ້ອງຖິ່ນ ແຂວງອຸດົມໄຊ ໄດ້ຈັດພິທີປິດຊຸດອົບຮົມຫັດແອບວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນັກ ໃຫ້ທະຫານໃໝ່ ຊຸດທີ 26 ປະຈໍາປີ 2021 ໃນວັນທີ 15 ມີຖຸນາ 2021; ໂດຍການເປັນປະທານຂອງ ພັອ ຄຳເຜີຍ ໂສມພັນ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບ, ຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຄະນະອໍານວຍການໂຮງຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ທະຫານໃໝ່ ຊຸດທີ 26 ເຂົ້າຮ່ວມ.

ໃນພິທີ, ພັຕ ຄຳໄຊ ໄຊຍະຄຳ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ ໄດ້ຜ່ານບົດສະຫຼຸບລາຍງານຜົນຂອງການຈັດຕັ້ງປະຕິບັດອົບຮົມ-ຫັດແອບ ໃຫ້ທະຫານໃໝ່ ປະຈຳປີ 2021 ຕາມແຜນການອົບຮົມຫັດແອບ ໄລ່ຍະເວລາ 3 ເດືອນ, ໂດຍມີທະຫານໃໝ່ເຂົ້າອົບຮົມຫັດແອບ ທັງໝົດ ຈຳນວນ 96 ສະຫາຍ ຍິງ 12 ສະຫາຍ, ໄດ້ຝຶກແອບຮ່ຳຮຽນທັງພາກທິດສະດີ ແລະປະຕິບັດຕົວຈິງໄປພ້ອມກັນ ເຊິ່ງສາມາດຕີລາຄາຜົນຂອງການສອບເສັງຕົວຈິງທັງທິດສະດີ, ຫຼັກການ, ລະບຽບວິໄນຂອງກອງທັບ, ສິນລະປະຍຸດ-ຍຸດທະວິທີ ແມ່ນບັນລຸຕາມແຜນການອົບຮົມຫັດແອບ ຄື: ຂັ້ນເກັ່ງ 19 ສະຫາຍ, ກາງ 76 ສະຫາຍ, ຄາດໝາຍ 1 ສະຫາຍ, ສະເລ່ຍລວມສາມາດບັນລຸໄດ້ 98,95%, ພ້ອມທັງມອບໃບຢັ້ງຢືນໃຫ້ທະຫານໃໝ່ ຈຳນວນ 96 ສະຫາຍ.

ໂອກາດດຽວກັນນີ້, ພັອ ຄຳເຜີຍ ໂສມພັນ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ພ້ອມນີ້ຍັງເນັ້ນໜັກໃຫ້ທະຫານໃໝ່ ຈົ່ງເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຂອງກອງທັບ, ກໍຄືຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນຳເອົາບົດຮຽນຕ່າງໆທີ່ໄດ້ຮ່ຳຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະເພື່ອປະກອບ ສ່ວນສ້າງກອງທັບມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.