ໃນວັນທີ 17 ມິຖຸນາຜ່ານມາ, ທີ່ຫ້ອງວ່າການ ແຂວງໄຊຍະບູລີ ຫຼາຍພາກສ່ວນຍັງສືບຕໍ່ມອບເຄື່ອງ ແລະ ເງິນສົດ ເພື່ອຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ.

ເຄື່ອງທີ່ນໍາມາມອບ ມີ: ນໍ້າດື່ມ, ອາຫານແຫ້ງ ແລະ ເງິນສົດ; ໃນນັ້ນ: ບໍລິສັດ ຊໍການຊ່າງ ມອບເງິນສົດ 30 ລ້ານກີບ; ບໍລິສັດ ລໍາພູນທະວີຊັບ ມອບເງິນສົດ 10 ລ້ານກີບ; ບໍລິສັດ ພັນທະມິດ ກໍ່ສ້າງຂົວ-ທາງ ຈໍາກັດ ມອບນໍ້າດື່ມ, ມີ່ເຄິ່ງສຳເລັດຮູບ, ສັງກະສີ, ເຂົ້າສານ ລວມມູນຄ່າ 85 ລ້ານກີບ ພ້ອມທັງເງິນສົດ ຈຳນວນ 15 ລ້ານກີບ ລວມມູນຄ່າທັງໝົດ 200 ລ້ານກີບ; ກຸ່ມບໍລິສັດລາວໃຕ້ ມອບເງິນສົດ 100 ລ້ານກີບ; ກອງຄຸ້ມຄອງ ພາສີ 3 ມອບມີ່ເຄິ່ງສຳເລັດຮູບ, ປາກະປັອງ ແລະ ເຂົ້າສານ ພ້ອມດ້ວຍເງິນສົດ ລວມມູນຄ່າ  38,5 ລ້ານກີບ; ພະແນກສືກສາທິການ ແລະ ກິລາແຂວງໄຊຍະບູລີ ມອບເງິນສົດ 3 ລ້ານກີບ; ຫ້ອງການສະຫະພັນກໍາມະບານແຂວງໄຊຍະບູລີ ມອບເງິນ 1 ລ້ານກີບ ແລະ ທີມລວມເພື່ອນເມືອງ ບໍ່ແຕນ ມອບມີ່ເຄິ່ງສຳເລັດຮູບ ແລະ ເສື້ອ-ຜ້າ ລວມມູນຄ່າເກືອບ 5 ແສນກີບ.

ຕາງໜ້າຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມທັງໄດ້ສະແດງຄວາມ ຂອບໃຈຕໍ່ທຸກພາກສ່ວນທີ່ໄດ້ນຳເອົາວັດຖຸຈິດໃຈ ແລະ ເຄື່ອງໃຊ້ຕ່າງໆ ມາມອບໃຫ້ໃນຄັ້ງນີ້ ເພື່ອຈະນໍາໄປຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນທີ່ຖືກເຄາະຮ້າຍຈາກໄພພິບັດດັ່ງກ່າວ.