ພາຍຫຼັງນໍ້າບົກລົງກັບມາສູ່ສະພາບປົກກະຕິນັ້ນ, ການນໍາພັກ-ລັດທຸກພາກສ່ວນຂອງແຂວງໄຊຍະບູລີ ໄດ້ມີການປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງໃນການລົງຊ່ວຍເຫຼືອປະຊາຊົນບ້ານຕ່າງໆທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.

ໃນການຊ່ວຍເຫຼືອ ກໍໄດ້ເຕົ້າໂຮມກໍາລັງເພື່ອເຂົ້າຊ່ວຍປະຊາຊົນໃນການອານາໄມເຮືອນຊານບ້ານຊ່ອງ ເຊິ່ງມີກໍາລັງ ທັງໝົດ 1.000 ກວ່າຄົນ; ໃນນັ້ນ, ມີຈາກກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ 2, ທະຫານຈາກແຂວງຫຼວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ, ໂດຍໄດ້ແບ່ງລົງບ້ານທີ່ຖືກນໍ້າຖ້ວມໜັກ ຈໍານວນ 16 ບ້ານ ຈາກ 39 ບ້ານທີ່ຖືກນໍ້າຖ້ວມໃນທົ່ວເມືອງໄຊຍະບູລີ; ເຊິ່ງແຕ່ລະບ້ານແມ່ນມີການນໍາຂອງແຂວງ ແລະ ເມືອງໄຊຍະບູລີ ລົງຕິດຕາມ ແລະ ນໍາພາຕົວຈິງ.

ເປົ້າໝາຍຫຼັກແມ່ນເລັ່ງເກັບກໍາຂໍ້ມູນເພື່ອປະເມີນຜົນເສຍຫາຍຢູ່ແຕ່ລະຄອບຄົວ-ແຕ່ລະບ້ານຢ່າງລະອຽດ, ວ່ອງໄວ, ຊັດເຈນ; ສ້ອມແປງລະບົບໄຟຟ້າ, ນໍ້າປະປາໃຫ້ໄດ້ໃຊ້ໄດ້ປົກກະຕິ, ຊ່ວຍອານາໄມບ້ານ-ເຮືອນປະຊາຊົນ, ເບິ່ງແຍງດ້ານສຸຂະພາບ, ສ້ອມແປງທາງທີ່ເປ່ເພໃຫ້ທຽວໄດ້ຊົ່ວຄາວ, ຊ່ວຍເຫຼືອດ້ານອາຫານການກິນທີ່ຈໍາເປັນເຊັ່ນ: ນໍ້າກິນ-ນໍ້າໃຊ້, ເຂົ້າສານ, ອາຫານແຫ້ງທີ່ສາມາດບໍລິໂພກງ່າຍ. ນອກນີ້ຍັງມີຜູ້ປະກອບການພາຍໃນແຂວງ ແລະ ແຂວງ ຫຼວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນ.