ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປະກາດພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ 2 ທ່ານ ໃນວັນທີ 18 ມິຖຸນາ 2021; ເປັນປະທານໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະປະຈໍາພັກ, ຄະນະພັກກະຊວງ, ກົມ, ບໍລິສັດ ລັດວິສາຫະກິດ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໂດຍໄດ້ອະນຸມັດໃຫ້ ທ່ານ ທອງໃສ ຊານໄຊຍະ ແລະ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກພັກການ-ຮັບອຸດໜູນບໍານານ.

ນອກຈາກນີ້, ໃນພິທີດັ່ງກ່າວ, ຍັງໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼງ ທົ່ງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຊື່ອມຊຶມກໍາແໜ້ນເອົາເນື້ອໃນຈິດໃຈເອົາມະຕິກອງປະຊຸມຄັ້ງນີ້ໃຫ້ເລິກເຊິ່ງເຖິງຖອງ ແລະ ນໍາໃຊ້ເຂົ້າສູ່ຊີວິດຕົວຈິງ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເກີດດອກອອກຜົນ, ພ້ອມກັນເສີມຂະຫຍາຍຄວາມຮັບຜິດຊອບ, ສຸມໃສ່ສະຕິປັນຍາເຂົ້າໃນການຄົ້ນຄວ້າເຊື່ອມຊຶມ, ໜັກແໜ້ນ ແລະ ຊອກໃຫ້ເຫັນບັນຫາອັນສໍາຄັນ ເພື່ອດັດປັບດ້ານທັດສະນະແນວຄິດ, ຄວາມບຸກບືນຕັດສິນໃຈ, ຄວາມຮັບຜິດຊອບໃນການເຮັດວຽກງານຕົວຈິງ, ເດັດດ່ຽວກ່າວໄປໜ້າ, ສູ້ຊົນຜ່ານຜ່າແກ້ໄຂຄວາມຫຍຸ້ງຍາກຂໍ້ຂາດຕົກບົກຜ່ອງ ເພື່ອຈັດຕັ້ງປະຕິບັດຕາມແຜນດໍາເນີນງານຕາມການຄາດໝາຍສູ້ຊົນທີ່ກອງປະຊຸມໃຫຍ່ດັ່ງກ່າວວາງອອກໃຫ້ປະກົດຜົນເປັນຈິງ.