ຕອນເຊົ້າຂອງວັນທີ 6 ກໍລະກົດ 2021, ຄະນະກວດກາພັກ ແຂວງວຽງຈັນ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານກວດກາການບໍລິຫານລັດ ຢູເມືອງຊະນະຄາມ ເຊິ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ ເມືອງຊະນະຄາມ; ເຊິ່ງເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສົມດີ ແກ້ວດາລາວັນ ຄະນະປະຈຳພັກແຂວງ ປະທານກວດກາພັກ ແຂວງວຽງຈັນ, ພ້ອມທັງມີ ສະຫາຍ ສະໝານ ວິເສດຍະພົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ, ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາໜ່ວຍພັກ ແລະ ຮອງເລຂາໜ່ວຍພັກອ້ອມຂ້າງເມືອງ ກໍເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະການດໍາເນີນກອງປະຊຸມດັ່ງກ່າວ, ສະຫາຍ ດອນ ລາດສະວົງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານກວດກາ 5 ປີຜ່ານມາ ( 2016-2020 ), ເຊິ່ງທົ່ວເມືອງຊະນະຄາມ ປະກອບມີ: 1 ອົງຄະນະພັກ ກັບ 6 ຄະນະພັກຮາກຖານ ແລະ 109 ໜ່ວຍພັກ, ເຊິ່ງໃນນີ້ມີໜ່ວຍພັກສຳນັກງານ 26 ໜ່ວຍພັກ, ໜ່ວຍພັກຮາກຖານບ້ານ 37 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.302 ສະຫາຍ ຍິງ 377 ສະຫາຍ, ສະມາຊິກພັກສຳຮອງ 82 ສະຫາຍ ຍິງ 28 ສະຫາຍ ແລະ ມີຄະນະກວດກາໜ່ວຍພັກທັງໝົດ 133 ສະຫາຍ ຍິງ 36 ສະຫາຍ.

ຜ່ານການກວດກາປະເມີນຜົນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ແລະ ການຕີລາຄາປະເພດໜ່ວຍພັກ ຈຳນວນ 109 ໜ່ວຍພັກ ໄດ້ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນປີ 2020 ມີຈຳນວນ 78 ໜ່ວຍພັກ, ມີຈຳນວນສະມາຊິກພັກປະເພດແຂງ 816 ສະຫາຍ ຍິງ 253 ສະຫາຍ.

ຜ່ານການລົງຕິດຕາມກວດກາ ການປະຕິບັດກົດລະບຽບພັກ ໃນໄລຍະ 5 ປີຜ່ານມາ ເຫັນໄດ້ວ່າ:

ບັນດາສະຫາຍສະມາຊິກພັກ ທີ່ລະເມີດລະບຽບຂອງພັກ ຈຳນວນ 52 ສະຫາຍ ຍິງ 1 ສະຫາຍ, ລຶບຊື່ອອກຈາກພັກ 48 ສະຫາຍ ຍິງ 3 ສະຫາຍ ແລະ ໂຈະຮ່ວມຊີວິດພັກ 4 ສະຫາຍ ຍິງ 1 ສະຫາຍ ແມ່ນຖືກວິໄນຍ້ອນຂາດການຮ່ວມຊີວິດພັກ, ການປະລະໜ້າທີ່ ແລະ ບໍ່ເສຍເງິນບຳລຸງພັກ.

ສ່ວນວຽກງານກວດກາລັດ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ ບັນດາອົງການລັດຂັ້ນເມືອງ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານລັດວິສະຫະກິດ, ພະນັກງານບ້ານ ເຊິ່ງສ່ວນຫຼາຍແມ່ນປະຕິບັດຖືກຕາມພາລະບົດບາດຂອງຕົນ; ພ້ອມນີ້, ກໍໄດ້ເຂົ້າຮ່ວມການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທ່ີເກີດຂຶ້ນຢູ່ພາຍໃນເມືອງ ຈຳນວນ 145 ຄັ້ງ ມີ 638 ເປົ້າໝາຍ ເປັນຕົ້ນແມ່ນ ການລັກລອບ ຖາງປ່າເຮັດໄຮ່, ຂຸດຄົ້ນແຮ່ທາດ ແລະ ໂຮງານເຟີນິເຈີເຖື່ອນ, ໂດຍມາຮອດປັດຈຸບັນ ແມ່ນໄດ້ຫຼຸດນ້ອຍຖອນລົງແລ້ວ.