ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດພິທີເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຂຶ້ນໃນວັນທີ 7 ມິຖຸນາ 2021, ເຜີຍແຜ່ໂດຍ ພັອ ພອນສະຫວັນ ອຸດົມເພັດ ຮອງເລຂາ ຮອງຫົວໜ້າກົມສື່ມວນຊົນ, ມີບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມຮັບຟັງການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຂອງກົມ ໃຫ້ເກີດຜົນເປັນຈິງ.

ພັອ ພອນສະຫວັນ ອຸດົມເພັດ ຮອງເລຂາ ຮອງຫົວໜ້າກົມສື່ມວນຊົນ
ພັອ ພອນສະຫວັນ ອຸດົມເພັດ ຮອງເລຂາ ຮອງຫົວໜ້າກົມສື່ມວນຊົນ

ເອກະສານທີ່ນຳມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ:

  • ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
  • ເອກະສານເນື້ອໃນລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
  • ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI
  • ແຜນດຳເນີນງານຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໜທີ V

ນອກນີ້, ຍັງເຊື່ອມຊຶມກ່ຽວກັບແຜນດຳເນີນງານຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ແລະ ບົດສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ.

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມດັ່ງກ່າວ ໂດຍສະເພາະເນື້ອໃນສໍາຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາ, ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ປະກົດຜົນເປັນຈິງ ແລະ ໃຫ້ໄດ້ຮັບຜົນສຳເລັດສູງສຸດ.