ພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ອ້ອມຂ້າງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2021, ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຕາງໜ້າກົມກອງອ້ອມຂ້າງກົມໃຫຍ່ ແລະ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັອ ບຸນສີ ທໍາມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ເລກທີ 1052/ປກສ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເຊິ່ງມີລາຍລະອຽດການເລື່ອນຊັນດັ່ງນີ້:

  • ເລື່ອນຊັ້ນ ພັຕ ຂຶ້ນ ພັທ ຈໍານວນ 13 ສະຫາຍ ຍິງ 8 ສະຫາຍ
  • ເລື່ອນຊັ້ນ ຮອ ຂຶ້ນຊັ້ນ ພັຕ ຈໍານວນ 8 ສະຫາຍ ຍິງ 4 ສະຫາຍ
  • ເລື່ອນຊັ້ນ ຮທ ຂຶ້ນຊັ້ນ ຮອ ຈໍານວນ 12 ສະຫາຍ ຍິງ 9 ສະຫາຍ

ເຊິ່ງເປັນກຽດປະດັບຊັ້ນໃນຄັ້ງນີ້ໂດຍ ພົຈວ ຄໍາສາຍ ຈັນທະວົງ.

ພ້ອມນີ້, ຍັງໄດ້ຜ່ານຂໍ້ລົງຕົກຂອງ ກະຊວງ ປກສ ເລກທີ 1045/ປກສ ລົງວັນທີ 2 ກໍລະກົດ 2021 ວ່າດ້ວຍ ການປັບປຸງໂຄງຮ່າງການຈັດຕັ້ງຂອງ ກົມກໍ່ສ້າງກໍາລັງ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ແລະ ລັດຖະມົນຕີ ກະຊວງ ປກສ ຕົກລົງມາດຕາ 1 ໂຮມ ແລະ ສ້າງຕັ້ງພະແນກທີ່ຂຶ້ນກັບ ກົມກໍ່ສ້າງກໍາລັງ ລະອຽດຄື:

  • ໂຮມ ພະແນກບໍາລຸງວິຊາສະເພາະ ແລະ ພະແນກກໍ່ສ້າງວິຊາສະເພາະ ເປັນ ພະແນກບໍາລຸງ-ກໍ່ສ້າງວິຊາສະເພາະ
  • ສ້າງຕັ້ງພະແນກປະກັນຄຸນນະພາບການສຶກສາ ແລະ ພະແນກຄຸ້ມຄອງວິທະຍາສາດການສຶກສາ