ຫ້ອງວ່າການ ກະຊວງ ປກສ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 9 ກໍລະກົດ 2021, ເປັນປະທານໂດຍ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະນໍາກົມ ແລະ ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 1058, 1059, 1060/ປກສ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຫ້ອງວ່າການ ກະຊວງ ປກສ, ເຊິ່ງໃນນີ້ໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈໍານວນ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 8 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ ຍິງ 2 ສະຫາຍ
  • ທັງນີ້, ຂຶ້ນເປັນກຽດປະດັບຊັ້ນໂດຍ ພັອ ອານຸເດດ ຄູນຄຳ.