ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ວິທະຍາຄານຕໍາຫຼວດປະຊາຊົນ

0
1676

ວິທະຍາຄານຕໍາຫຼວດປະຊາຊົນ ກະຊວງ ປກສ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 12 ກໍລະກົດ 2021, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ, ມີຄະນະພັກ-ຄະນະນໍາກົມກອງ ແລະ ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.


ພັທ ອ່ອນສີ ແກ້ວໂພໄຊ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 1081, 1082, 1083/ປກສ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ວິທະຍາຄານຕໍາຫຼວດປະຊາຊົນ.

ໃນນີ້, ໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈໍານວນ 7 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ

ທັງນີ້, ເປັນກຽດປະດັບຊັ້ນໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ.