ໃນວັນທີ 15 ກໍລະກົດ 2021, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີທີ່ມີຈໍາເລີຍຊື່ ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ອາຍຸ 26 ປີ ຢູ່ບ້ານຫຼັກ 2 ເມືອງ-ແຂວງສາລະວັນ, ນາງ ມອນມີນາ ຫຼື ຕິນ່າ (ຈໍາເລີຍ 2) ອາຍຸ 22 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ້າວ ພານ (ຈໍາເລີຍ 3) ອາຍຸ 46 ປີ ຢູ່ບ້ານໝາກນາວເໜືອ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4) ອາຍຸ 34 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5) ອາຍຸ 21 ປີ ຢູ່ບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ (ຈໍາເລີຍ 6) ອາຍຸ 24 ປີ ຢູ່ບ້ານທ່າແຮ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ໂດຍສານໄດ້ອີງຕາມຄໍາສັ່ງຟ້ອງຂອງ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໃນຂໍ້ຖືກຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງກະທໍາຜິດ ເຊິ່ງມີເນື້ອໃນຄະດີລະອຽດດັ່ງລຸ່ມນີ້:

+ ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ໄດ້ຮັບສາລະພາບວ່າ:

ໄດ້ຮູ້ຈັກ ແລະ ຕິດຕໍ່ພົວພັນກັບ ນາງ ມອນມີນາ ຫຼື ຕິນ່າ ມາແຕ່ເດືອນພະຈິກ 2019 ເປັນຕົ້ນມາ ແລະ ມາຮອດວັນທີ 8 ມີນາ 2021 ຜູ້ກ່ຽວຈຶ່ງໄດ້ຮູ້ຈັກກັບຄົນໄທ ຈໍານວນ 2 ຄົນ ທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ຊື່ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ແທ້; ເຊິ່ງໃນນັ້ນ ນາງ ພາວະດີ ຍັງເຄີຍລັກຂ້າມໄປຫາ ທ້າວ ຊິດຕະພົນ (ຄົນຮັກ) ແລະ ທັງສອງກໍໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ອໍານວຍຄວາມສະດວກໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ລັກລອບເຂົ້າ-ອອກ ສປປ ລາວ ດ້ວຍການໄປຮັບເອົາ ແລ້ວພາໄປຫຼິ້ນໄປທ່ຽວ (ແພ່ເຊື້ອ) ຢູ່ຮ້ານບັນເທີງທັງໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ຈົນເປັນສາເຫດເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດເປັນຈໍານວນຫຼວງຫຼາຍ. ສະນັ້ນ, ຈຳເລີຍຈຶ່ງມີຄວາມຜິດໃນຂໍ້ຖືກຫາ ການຂົນຂວາຍສົ່ງຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ປິດບັງການກະທຳຜິດ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ ເປັນເວລາ 10 ປີ ກັບ 3 ເດືອນ ແລະ ປັບໃໝ 105.000.000 ລ້ານກີບ; ແຕ່ຍ້ອນການກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ດັ່ງນີ້:

  • ຕັດອິດສະລະພາບຈໍາເລີຍ 5 ປີ 1 ເດືອນ ກັບ 15 ວັນ
  • ປັບໃໝ 52.500.000 ກີບ

+ ນາງ ມອນມີນາ ຫຼື ຕິນ່າ (ຈໍາເລີຍ 2) ໄດ້ຮັບສາລະພາບວ່າ:

ໄດ້ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ໃນການມາແພ່ເຊື້ອພະຍາດໂຄວິດ-19.

ໂດຍຜູ້ກ່ຽວໄດ້ຮູ້ຈັກກັບ ນາງ ພາວະດີ ແລະ ໄດ້ຕິດຕໍ່ພົວພັນຄົນໄທຂຶ້ນມາຫຼິ້ນບຸນປີໃໝ່ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວກໍໄດ້ໄປຮັບ ນາງ ພາວະດີ ພ້ອມໝູ່ຄົນໄທ ໄປຫຼິ້ນ-ທ່ຽວຕາມຮ້ານອາຫານ-ບັນເທີງຈໍານວນຫຼາຍຮ້ານ ເປັນເວລາຫຼາຍວັນ. ເຫັນວ່າ ນາງ ມອນມະນີ ຫຼື ຕິນ່າ ໄດ້ກະທໍາຜິດໃນສະຖານ ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ.

ເບື້ອງຕົ້ນ, ຄະນະສານອາຍາ ໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ; ແຕ່ຍ້ອນການກະທໍາຜິດຂອງຈຳເລີຍ ເປັນການກະທຳຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10. ດັ່ງນັ້ນ, ຄະນະສານ ຈຶ່ງໄດ້ຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ ດັ່ງນີ້:

  • ຕັດສິນຕັດອິດສະຫຼະພາບ 3 ປີ 7 ເດືອນ ກັບ 15 ວັນ
  • ປັບໃໝ 27.500.000 ກີບ

+ ທ້າວ ພານ (ຈໍາເລີຍ 3):

ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍສົ່ງຄົນອອກ ຫຼື ເອົາຄົນເຂົ້າປະເທດແບບຜິດກົດໝາຍ ເຊິ່ງມັນສະແດງອອກຄື: ຜູ້ກ່ຽວໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ ນາງ ພາວະດີ ແລະ ທ້າວ ຊິດຕະພົນ (ຄົນໄທ) ລັກໜີອອກຈາກ ສປປ ລາວ ໂດຍການຂັບລົດກະບະໝາຍເລກທະບຽນ 8586 ກໍາແພງນະຄອນ ໄປຮັບພວກກ່ຽວຢູ່ເຮືອນພັກ ແລ້ວພາພວກກ່ຽວລັກໜີອອກນອກປະເທດຜ່ານທາງເຮືອນ້ອຍຂ້າມນໍ້າຂອງ ແລ້ວຮັບເອົາຄ່າຈ້າງທີ່ ນາງ ພາວະດີ ມອບໃຫ້ເປັນຜົນປະໂຫດ.

ດ້ວຍເຫດນີ້, ຄະນະສານ ຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ປັບໃໝ 50.000.000 ກີບ ຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 02; ແຕ່ຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ (ທ້າວ ພານ) ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ດັ່ງນີ້:

  • ຕັດອິດສະຫຼະພາບ 1 ປີ 6 ເດືອນ
  • ປັບໃໝ 25.000.000 ກີບ

+ ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4):

ໄດ້ກະທໍາຜິດໃນສະຖານ ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ ໂດຍໄດ້ມີການຕິດຕໍ່ພົວພັນ, ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ເຊິ່ງພວກກ່ຽວແມ່ນໄດ້ຮູ້ຈັກກັນມາແຕ່ປີ 2019 ແລະ ໄດ້ພົວພັນກັນມາ.

ພາຍຫຼັງທີ່ຄົນໄທທັງສອງລັກລອບເຂົ້າມາ ສປປ ລາວ ຜ່ານທາງແຂວງສະຫວັນນະເຂດ ແມ່ນໄດ້ຕິດຕໍ່ ແລະ ຊັກຊວນກັນໄປຫາຢູ່ຮ້ານຄາລາໂອເກະ ແລະ ຮ້ານສະໜຸກເກີ, ທັງໆທີ່ຜູ້ກ່ຽວກໍຮັບຮູ້ດີວ່າ ເປັນໄລຍະທີ່ປະເທດລາວເຮົາປິດດ່ານ-ເຂົ້າອອກລະຫວ່າງປະເທດ ແລະ ການຈັດຕັ້ງກໍໄດ້ມີມາດຕະການຕ່າງໆ ເພື່ອຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19. ນອກນັ້ນ, ເມື່ອຄົນໄທສອງຄົນລັກລອບເຂົ້າມາ ຜູ້ກ່ຽວຍັງບໍ່ໄດ້ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ.

ດ້ວຍເຫດຜົນດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ ຕາມປະມານກົດໝາຍອາຍາ ມາດຕາ 199 ວັກ 03 ແລະ 380 ວັກ 01; ແຕ່ຜູ້ກ່ຽວໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ (ທ້າວ ພູໃສ) ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ດັ່ງນີ້:

  • ຕັດອິດສະຫຼະພາບ 3 ປີ 7 ເດືອນ ກັບ 15 ວັນ
  • ປັບໃໝ 27.500.000 ກີບ

+ ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5)

ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ນໍາໃຊ້ລົດເກັງເກຍປີແຄນໂຕ້ສີຂຽວ ພາ ນາງ ພາວະດີ ໄປຮັບເອົາຄົນໄທສອງຄົນທີ່ລັກລອບເຂົ້າມາ ສປປ ລາວ ຢ່າງຜິດກົດໝາຍ ແລ້ວພາຄົນໄທ ພ້ອມທັງ ນາງ ພາວະດີ ໄປສົ່ງຢູ່ໂຮງແຮມ ແລະ ໄປຫຼິ້ນຢູ່ຮ້ານຄາລາໂອເກະ.

ດ້ວຍເຫດຜົນດັ່ງກ່າວ, ຄະນະສານ ຈຶ່ງເຫັນຄວນຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ; ແຕ່ຍ້ອນຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ດັ່ງນີ້:

  • ຕັດອິດສະຫຼະພາບຈຳເລີຍ 1 ປີ 7 ເດືອນ ກັບ 15 ວັນ
  • ປັບໃໝ 25.000.000 ກີບ

+ ທ້າວ ສົມປະສົງ (ຈໍາເລີຍ 6)

ກະທໍາຜິດໃນຂໍ້ຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ທີ່ລັກລອບເຂົ້າມາ ສປປ ລາວ ດ້ວຍການຂ້າມມາທາງແມ່ນໍ້າຂອງ ແລ້ວນໍາໃຊ້ລົດຈັກໄປຮັບເອົາຄົນໄທທັງສອງໄປສົ່ງໃຫ້ ນາງ ພາວະດີ ແລ້ວກໍພາກັນໄປເລາະຫຼິ້ນຢູ່ຮ້ານບັນເທີງ.

ດ້ວຍເຫດຜົນນີ້, ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ; ແຕ່ການກະທຳຜິດຂອງຈຳເລີຍ ເປັນການກະທຳຜິດພຽງຄັ້ງດຽວ ແລະ ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານອາຍາ ຈຶ່ງໄດ້ຫຼຸດຜ່ອນໂທດໃຫ້ຈຳເລີຍຕາມສົມຄວນ ດັ່ງນີ້:

  • ຕັດອິດສະຫຼະພາບ 1 ປີ 7 ເດືອນ ກັບ 15 ວັນ
  • ປັບໃໝ 25.000.000 ກີບ