ທ່ານ Dr. Peter M. Haymond ເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍານັບ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນວັນທີ 21 ກໍລະກົດ 2021.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອເປັນການພົວພັນຮ່ວມມືກັນດ້ານວຽກງານຕ່າງໆ ເປັນຕົ້ນແມ່ນ ວຽກງານສະກັດກັ້ນຕ້ານອາຊະຍາກໍາ ທີ່ເຫັນວ່າຍັງເປັນໄພຄຸກຄາມຢູ່ໃນຫຼາຍໆປະເທດໃນໂລກ ກໍຄື ສປປ ລາວ ແລະ ອາເມລິກາ. ນອກນັ້ນ, ຍັງຈະສ້າງສາຍສໍາພັນໃນການຊ່ວຍເຫຼືອ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ກະຊວງປ້ອງກັນຄວາມສະຫງົບ ລາວ ໃນການເປີດການສອນພາສາອັງກິດໃຫ້ ກໍາລັງປ້ອງກັນຄວາມຄວາມສະຫງົບ ລາວ ແລະ ຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກໃຫ້ ກໍາລັງສັນຕິບານ ໃນການກວດກາຄົນເຂົ້າ-ອອກເມືອງ.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ພ້ອມຄະນະ ເຊິ່ງເປັນຂີດໝາຍສໍາຄັນໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນດ້ານຕ່າງໆ ໃຫ້ນັບມື້ຫຼາຍຂຶ້ນ.