ກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານການເມືອງໃຫ້ພົນຕຳຫຼວດ ທີ່ສຳເລັດການສຶກສາຈາກ ສສ ຫວຽດນາມ ປະຈຳປີ 2021 ໃນຈໍານວນທັງໝົດ 76 ສະຫາຍ ຍິງ 17 ສະຫາຍ, ໃນວັນທີ 26 ກໍລະກົດ 2021, ເປັນປະທານໂດຍ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງກົມໃຫຍ່ການເມືອງ ປກສ ມີບັນດາຫົວໜ້າກົມ, ຮອງກົມ-ກອງ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ນາຍ ແລະ ພົນຕຳຫຼວດທີ່ສຳເລັດການສຶກສາເຂົ້າຮ່ວມ.

ພັທ ວຽງໄຊ ທຳມະສິດ ຮອງກົມກໍ່ສ້າງກຳລັງ ກ່າວວ່າ: ນາຍ ແລະ ພົນຕຳຫຼວດທີ່ສຳເລັດການ ສຶກສາຈາກ ສສ ຫວຽດນາມ ໃນຈຳນວນ 76 ສະຫາຍ ຍິງ 17 ສະຫາຍ. ໃນນີ້, ມີ 2 ແຫ່ງ ຄື: ວິທະຍາຄານ ສັນຕິບານປະຊາຊົນ ຈຳນວນ 48 ສະຫາຍ ຍິງ 9 ສະຫາຍ ແລະ ມະຫາວິທະຍາໄບ ເຕັກນິກ-ພະລາທິການ ຈຳນວນ 28 ສະຫາຍ ຍິງ 8 ສະຫາຍ, ເຊິ່ງຈະເລີ່ມແຕ່ວັນທີ 26-30 ກໍລະກົດນີ້ ລວທັງໝົດ 7 ບົດ. ທັງນີ້ກໍ່ເພື່ອແນໃສ່ເຮັດໃຫ້ບັນດາສະຫາຍທີ່ສໍາເລັດການສຶກສາມາມີຄຸນທາດການເມືອງທີ່ໜັກແໜ້ນ, ເຊື່ອໜັ້້ນການນຳພາຂອງພັກ-ລັດ, ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ, ໃນການເພີ່ມທະວິວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ມະຕິຕ່າງໆ, ຂໍ້ກຳນົດວ່າດ້ວຍລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຂໍ້ຫ້າມຕ່າງໆຕໍ່ນາຍ ແລະ ພົນຕຳຫຼວດ.

ໃນໂອກາດນີ້, ພົຈວ ສຸວັນນີ ສີສຸພາບມີໄຊ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຊຸດຝຶກອົບ ຮົມ, ນາຍ ແລະ ພົນຕຳຫຼວດທຸກໆສະຫາຍ ທີ່ເຂົ້າຝຶກອົບຮົມຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບຂອງຕົນ, ເອົາໃຈໃສ່ຕໍ່ການປະຕິບັດລະບຽບການຝຶກອົບຮົມ, ປະຕິບັດໂມງເວລາຢ່າງເຂັ້ມງວດໃນຕະຫຼອດໄລຍະກຳນົດເວລາຝຶກອົບຮົມຄັ້ງນີ້, ໃຫ້ສຳເລັດຕາມຈຸດປະສົງ, ລະດັບຄາດໝາຍ ແລະ ແຜນການທີ່ໄດ້ກຳນົດໄວ້.

ຂ່າວ: ບຸນພະຈັນ