ໜ່ວຍງານເຈົ້າໜ້າທີ່ສະເພາະກິດ ວ່າດ້ວຍການຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມທາງ ໄກຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍການຕ້ານການຄ້າມະນຸດ ຄັ້ງທີ 35 ຂຶ້ນໃນວັນທີ 26 ກໍລະກົດ 2021, ໂດຍແມ່ນປະເທດ ບຣູນາຍ ເປັນເຈົ້າພາບໃນການຈັດກອງປະຊຸມໃນຄັ້ງນີ້, ມີຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍການຕ້ານການຄ້າມະນຸດ ພ້ອມດ້ວຍຄະນະຂອງ 10 ປະເທດອາຊຽນເຂົ້າຮ່ວມ, ເຊິ່ງຕາງໜ້າເຈົ້າໜ້າທີ່ສະເພາະກິດ ປະເທດລາວເຮົາມີ ພັອ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ການຈັດກອງປະຊຸມດັ່ງກ່າວ ໃນຄັ້ງນີ້, ກໍ່ເພື່ອເປັນການລາຍງານຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດໃນໄລຍະ 1 ປີ ຜ່ານມາ ເພື່ອປຶກສາຫາລືວຽກ ງານຕ້ານການຄ້າມະນຸດລະຫວ່າງປະເທດສະມາຊິກອາຊຽນ, ເພື່ອທີ່ຈະນຳເອົາເນື້ອໃນຜົນຂອງກອງປະຊຸມ ໃນຄັ້ງນີ້, ໄປລາຍງານໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງທີ 21 ແລ້ວນຳໄປລາຍງານໃນກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ.

ໂອກາດນີ້, ພັອ ລັດສະໝີ ໄຊຍະຄຳ ກໍ່ໄດ້ລາຍງານ ໂດຍ​ຫຍໍ້​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ວຽກ ງານຕ້ານການຄ້າມະນຸດ ຂອງ ສປປລາວໃນໄລຍະ 1 ປີທີ່ຜ່ານ​ມາ ເຊິ່ງທ່ານກໍ່ໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະບັດວຽກງານຫຼັກ 4 ດ້ານຄື: ດ້ານວຽກງານນະໂຍບາຍ, ດ້ານວຽກງານການປ້ອງກັນສະກັດກັ້ນ, ດ້ານວຽກງານການດໍາເນີນຄະດີ, ບັງຄັບໃຊ້ກົດໝາຍ ແລະ ດ້ານການປົກປ້ອງ ແລະ ດ້ານວຽກງານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ.