ອົງການກວດສອບແຫ່ງລັດ ໄດ້ທາບທາມຮ່າງລາຍງານການເມືອງ, ແຜນພັດທະນາວຽກງານກວດສອບແຫ່ງລັດ 5 ປີ, ບົດສຳຫຼວດການນຳພາຂອງ ຄະນະພັກ ແລະ ທາບທາມບຸກຄະລາກອນ ເພື່ອຄັດເລືອກລົງສະໝັກເປັນ ຄະນະບໍລິຫານງານພັກ ຮອບທີ I ຂອງ ຄະນະພັກອົງການກວດສອບແຫ່ງລັດ ໃນວັນທີ 23 ກໍລະກົດ 2021, ໃຫ້ກຽດເປັນປະທານໂດຍ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ຄະນະພັກ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ຕ້ອຍ ພົນທິລາດ ກຳມະການພັກ ອົງການກວດສອບແຫ່ງລັດ ໄດ້ຜ່ານເນື້ອໃນເອກະສານດັ່ງນີ້:

  • ຮ່າງລາຍງານການເມືອງ
  • ແຜນພັດທະນາວຽກງານກວດສອບແຫ່ງລັດ 5 ປີ
  • ບົດສໍາຫຼວດການນຳພາຂອງຄະນະພັກ

ເຊິ່ງເນື້ອໃນເອກະສານດັ່ງກ່າວ ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນການນຳພາ ແລະ ຊີ້ນຳການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງ ອົງການກວດສອບແຫ່ງລັດ; ພ້ອມກັນນັ້ນ, ບັນດາສະຫາຍຕາງໜ້າໃຫ້ຄະນະໜ່ວຍພັກ 11 ໜ່ວຍ ກໍໄດ້ປະກອບຄໍາເຫັນຕໍ່ຮ່າງບົດລາຍງານດັ່ງກ່າວຢ່າງກົງໄປກົງມາ ດ້ວຍບັນຍາກາດຟົດຟື້ນ ແລະ ສ້າງສັນ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງເອກະສານ ມີຄວາມຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ສະຫາຍ ລຳທອນ ບຸດຕະລາດ ເລຂາໜ່ວຍພັກຈັດຕັ້ງພະນັກງານ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ດຳເນີນການປ່ອນບັດທາບທາມບຸກຄະລາກອນ ຮອບທີ I ເພື່ອຄັດເລືອກເອົາ ຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ສະໄໝທີ II.