ໂຮງຮຽນ ປກສ ຊັ້ນສູງ ເລກ III ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີເສັງຈົບຊຸດບຳລຸງພື້ນຖານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບເລັ່ງລັດ 6 ເດືອນ ຮຸ່ນທີ I ໃນວັນທີ 26 ກໍລະກົດ 2021, ເຂົ້າຮ່ວມໂດຍ ພັທ ຄຳຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ມິ່ງແກ້ວ ວົງຄຳພາ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສຸງ ເລກ III ພ້ອມດ້ວຍຄະນະ, ມີນັກສຶກສາ ແລະ ຄະນະຮັບຜິດຊອບການສອບເສັງຈົບຊຸດຮຽນ ເຂົ້າຮ່ວມ.

ຮອ ຄຳຈັນ ທຳມະເສນ ຮອງຫົວໜ້າພະແນກຄຸ້ມຄອງໂຄງການການຮຽນ-ການສອນ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປກສ ສະບັບເລກທີ 2252/ກມປສ ລົງວັນທີ 22 ກໍລະກົດ 2021 ວ່າດ້ວຍ ການອະນຸມັດຈັດຕັ້ງສອບເສັງຈົບຊຸດບຳລຸງພື້ນຖານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບເລັ່ງລັດ 6 ເດືອນ ຮຸ່ນທີ I ໂຮງຮຽນ ປກສ ຊັ້ນສູງ ເລກ III ສະຫວັນນະເຂດ ຢ່າງເປັນທາງການ ໃນວັນທີ 26 ກໍລະກົດ 2021, ເຊິ່ງມີນັກສຶກສາທັງໝົດ 50 ສະຫາຍ, ຍິງ 11 ສະຫາຍ.

ການສອບເສັງໃນຄັ້ງນີ້ ແມ່ນສອບເສັງວິຊາຫຼັກ 3 ວິຊາ ຄື: ວິຊາການເມືອງ, ວິຊາກົດໝາຍ ແລະ ວິຊາສະເພາະສັນຕິບານ, ວິຊາສະເພາະຕຳຫຼວດ, ການສອບເສັງແຕ່ລະວິຊາໃຊ້ເວລາ 120 ນາທີ ມື້ລະວິຊາ.

ພ້ອມດຽວກັນນີ້, ກໍໄດ້ມີການເປີດຊອງຫົວຂໍ້ສອບເສັງຈົບຊຸດຮຽນ ເພື່ອເປັນການທົບທວນຄືນຄວາມຮູ້ແຕ່ລະວິຊາທີ່ໄດ້ຮຽນມາຕະຫຼອດໄລຍະ  6 ເດືອນ ແລະ ເປັນການຄັດເລືອກເອົານັກຮຽນດີຮຽນເກັ່ງ ໃຫ້ເສັງໄດ້ຄະແນນຕາມເປົ້າໝາຍ ເພື່ອສ້າງໃຫ້ກາຍເປັນກຳລັງທີ່ມີຄວາມຮູ້ຄວາມສາມາດ ກຳໄດ້ບົດຮຽນທີ່ໄດ້ສຶກສາຮ່ຳຮຽນ ນຳອອກໄປຈັດຕັ້ງຜັນຂະຫຍາຍຢູ່ບັນດາກົມກອງທ້ອງຖິ່ນໃນຕໍ່ໄປ.