ກົມໃຫຍ່ສັນຕິບານ ສະຫຼຸບວຽກງານກວດກາພັກ

0
1191

ວັນທີ 29 ກໍລະກົດ ຜ່ານມາ ,ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ-ກວດການ ປະຈຳປີ ຄັ້ງທີ I, ເປັນປະທານໂດຍ ພົຈວ ປອ ວັນທອນ ສຸລິສັກ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາຄະນະພັກ, ຄະນະນຳກົມ, ຫ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ທອງສ່ຽນ ສຸນາເຄນ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ, ຮອງປະທານກວດກາພັກກົມໃຫຍ່ ໄດ້ລາຍງານການເຄື່ອນໄຫວວຽກງານກວດກາພັກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ ວ່າ: ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ສັນຕິບານ ໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ສະມາຊິກພັກຢູ່ບັນດາຮາກຖານພັກອ້ອມຂ້າງກົມໃຫຍ່ສັນຕິບານ, ໃນກໍລະນີມີການລະເມີດກົດລະບຽບພັກ, ລະບຽບວິໄນຂອງກຳລັງ, ບັນດາຂໍ້ຫ້າມສຳລັບສະມາຊິກພັກ ໄດ້ມີການສຶກສາອົບຮົມກ່າວເຕືອນ,ສຳຫຼວດກວດກາ, ກໍ່ສ້າງຊ່ວຍເຫຼືອຜູ້ກ່ຽວເພື່ອແກ້ໄຂຈຸດອ່ອນທີ່ຍັງຄົງຄ້າງ, ຖ້າມີຄວາມຜິດຮ້າຍແຮງເເມ່ນປົດອອກຈາກພັກ, ປະຕິບັດວິໄນໄລ່ອອກຈາກກຳລັງປ້ອງກັນຄວາມສະ ຫງົບ.ໃນນີ້,ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກພັກດ້ວຍວິທີການນຳພາເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ບັນດາເອກະສານມະຕິ, ຄຳສັ່ງຕ່າງໆຂອງສູນກາງພັກ ກໍຄືຂອງຄະນະພັກກະຊວງ ປກສ ວາງອອກ ເເຕ່ລະໄລຍະ, ນໍາພາຄົ້ນຄວ້າຮໍ່າຮຽນເອກະສານມູນເຊື້ອຂອງພັກ,ຂອງຊາດ,ຂອງກຳລັງ,ຄຸນສົມບັດສິນທໍາປະຕິວັດຂອງຜູ້ນຳ, ຜ່ານການຄົ້ນຄວ້າເຊື່ອມຊືມບັນດາເອກະສານຕ່າງໆ ເຫັນວ່າບັນດາສະມາຊິກພັກແມ່ນມີຄວາມໜັກເເໜ້ນທາງດ້ານການເມືອງແນວຄິດ,ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ,ຕັ້ງໜ້າປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ແລະ  ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

ໃນຕໍ່ໜ້າ, ຄະນະພັກ, ຄະນະນໍາເເຕ່ລະຂັ້ນ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ນາຍ ເເລະ ພົນຕຳຫຼວດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຈັດຕັ້ງຄົ້ນຄວ້າເຊື່ອມຊືມ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກຳລັງປ້ອງກັນຄວາມສະຫງົບ, ມະຕິຄຳສັ່ງ, ຄຳແນະນຳຂອງການຈັດຕັ້ງຂັ້ນເທິງມາເປັນບ່ອນອີງ ຕິດພັນກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດໃນແຕ່ລະໄລຍະ.

ພາບ-ຂ່າວ: ບຸນພະເຈົ້າ ຄຳແສນໂຄດ