ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນສະຫະລັດວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13

0
1317

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນສະຫະລັດ ອາເມລິກາ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13 ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2021 ຜ່ານທາງອອນລາຍ,ໂດຍການເປັນປະທານຮ່ວມຂອງ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງ ປກສ ແລະ ເປັນເຈົ້າພາບໂດຍປະເທດບຣູໄນ ດາລູຊາລາມ ມີບັນດາເຈົ້າໜ້າທີ່ອາວຸດໂສ 10 ປະເທດອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ແລກປ່ຽນທັດສະນະກ່ຽວກັບການຮ່ວມມືອາຊຽນ-ສະຫະລັດ ອາເມລິກາໃນການຕ້ານການກໍ່ການຮ້າຍສາກົນ ແລະ ອາຊະຍາກໍາຂ້າມຊາດ, ພ້ອມດຽວກັນນີ້, ຈະໄດ້ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກເຈົ້າໜ້າທີ່ອາວຸໂສອາຊຽນ-ສະຫະລັດ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ປີ 2019-2021 ທີ່ຫາກໍຖືກຍືດເວລາອອກໄປເປັນໜຶ່ງປີ ແລະ ຈະພ້ອມກັນປຶກສາຫາລືທຸກບັນຫາຢ່າງກົງ ໄປກົງມາ ແລະ ມີສີສັນ ເພື່ອຮັບປະກັນໃຫ້ການຮ່ວມມືອາຊຽນ-ສະຫະລັດ ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ນໍາຜົນປະໂຫຍດມາສູ່ອາຊຽນ ກໍຄືສະຫະລັດ ແລະ ປະຊາຄົມອາຊຽນ.

ກອງປະຊຸມຄັ້ງນີ້, ຍັງໄດ້ພ້ອມປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຮ່ວມມືຈັດຕັ້ງປະຕິບັດ ແຜນວຽກເຈົ້າໜ້າທີ່ອາວຸໂສອາຊຽນ + ສະ ຫະລັດ ອາເມລິກາ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ປີ2019-2021ທີ່ເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຕົກລົງເປັນເອກະພາບໃຫ້ຕໍ່ອາ ຍຸອອກໄປອີກໜຶ່ງປີ ເພື່ອຊົດເຊີຍໄລຍະເວລາທີ່ທັ່ງສອງຝາຍບໍ່ສາມາດຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກຳຕ່າງໆ ໄດ້ຍ້ອນໄດ້ຮັບຜົນກະ ທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງໃນການຈັດຕັ້ງ ປະຕິບັດບັນດາກິດຈະກຳ ເເລະ ໂຄງການທີ່ຍັງຕົກຄ້າງນັ້ນ ເຊິ່ງເຫັນໄດ້ວ່າ ການປຶກສາຫາລືບັນຫາດັ່ງກ່າວຖືກດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າຈາກບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ສະຫະລັດ ຈົນເຮັດໃຫ້ການດຳເນີນກອງປະຊຸມປຶກສາຫາລືຂອງພວກເຮົາສໍາເລັດຜົນຢ່າງຈົບງານ.