ຫ້ອງພະລາທິການ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ໃນທ້າຍອາທິດຜ່ານມາ, ເຊິ່ງເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ແຫວນເພັດ ໂພມະຫາລາດ ຫົວໜ້າຫ້ອງພະລາທິການ ປກສ ແຂວງວຽງຈັນ, ມີຄະນະຫ້ອງ, ຫົວໜ້າ-ຮອງພະແນກ, ໜ່ວຍງານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສີທົນ ດວງປະເສີດ ຫົວໜ້າພະແນກຫ້ອງການພະລາທິການ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງວຽງຈັນ ລວມມີ 10 ສະຫາຍ ຍິງ 3 ສະຫາຍ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 1 ສະຫາຍ ຍິງ 1 ສະຫາຍ

ໃນພີທີ ພັທ ແຫວນເພັດ ໂພມະຫາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ພ້ອມທັງຊີ້ນໍາໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ, ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້.