ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຮອງຫົວໜ້າຫ້ອງ ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະຫ້ອງ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພອນສະຫວັນ ພວງມະໄລ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 998 ແລະ 1000 /ປກສ ລົງວັນທີ 28 ມີຖຸນາ 2021 ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງວຽງຈັນ ເຊິ່ງໃນນີ້ໄດ້ຍົກຍ້າຍ ແລະ ແຕ່ງຕັ້ງ:

  • ພັທ ແກ້ວອຸ່ນ ລ່ຽມພະຈັນ ຮອງຫົວໜ້າຫ້ອງການ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງສັນຕິບານ
  • ພັທ ປະລຽນ ເສນາຄຳ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງໂພນໂຮງ

ໃນພິທີ ພັອ ສົມຄິດ ດວງພະຈັນ ໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນໃນການປັບປຸງກົງຈັກການຈັດຕັ້ງ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍອີງໃສ່ຄວາມຮູ້ຄວາມສາມາດຂອງພະນັກງານ, ມັນແມ່ນກົດເກນພາວະວິໃສໃນການຊັບຊ້ອນໝູນວຽນຂອງພະນັກງານ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ແຂວງວຽງຈັນ ມີຄວາມເຂັ້ມແຂງ.

ສະນັ້ນ, ສະຫາຍຜູ້ທີ່ຖືກຍົກຍ້າຍມາຢູ່ຫ້ອງສັນຕິບານ ແລະ ໄປຢູ່ບ່ອນໃໝ່ ຕະຫຼອດເຖິງ ຄະນະພັກ-ຄະນະນໍາແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກະຕິ, ສ້າງຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ຕ້ອງມີຄວາມສະດຸ້ງໄວ, ເອົາໃຈໃສປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາໃຫ້ສອດຄ່ອງກັບຕົວຈິງ, ເຮັດວຽກຕາມລະບອບລວມສູນປະຊາທິປະໄຕ ໂດຍຖືເອົາການຄົ້ນຄວ້າປຶກສາຫາລືຕົກລົງບັນຫາເປັນໝູ່ຄະນະ, ມອບວຽກໃຫ້ບຸກຄົນຮັບຜິດຊອບ, ມີການສຳຫຼວດກວດກາຢ່າງເປັນປົກກະຕິ, ພ້ອມກັນສືບຕໍ່ຊີ້ນຳ-ນຳພາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.