ໃນວັນທີ 3 ສິງຫາ 2021, ກອງບັນຊາການ ປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່; ເຊິ່ງເຜີຍແຜ່ໂດຍ ສະຫາຍ ພັອ ທອງພັດ ແສນສຸວັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການ ປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັອ ທອງພັດ ແສນສຸວັນ ໄດ້ຍົກໃຫ້ເຫັນບາງເນື້ອໃນກ່ຽວກັບ ມະຕິ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ຄື ໃນໄລຍະຜ່ານມາ, ພັກເຮົາຍາມໃດກໍຢຶດໝັ້ນທິດນໍາພື້ນຖານຂອງພັກທີ່ວ່າ:

“ວຽກງານການເມືອງ-ແນວຄິດ ເປັນທີ່ສໍາຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງ ພັກ-ລັດ, ຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ “

ຕະຫຼອດໄລຍະແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ທຸກອົງການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ນໍາເອົາເນື້ອໃນຈິດໃຈບັນດາມະຕິຂອງພັກມາຄົ້ນຄວ້າ, ປຶກສາຫາລື ແລະ ຫັນເປັນອັນລະອຽດ, ສ້າງເປັນປຶ້ມຄູ່ມື ສໍາລັບຊຸດຝຶກອົບຮົມຕາມຫົວຂໍ້ສະເພາະ ສອດຄ່ອງກັບ ຄວາມຮັບຜິດຊອບຂອງຕົນໃຫ້ແຕ່ລະເປົ້າໝາຍ, ທັງດໍາເນີນການຝຶກອົບຮົມ ແລະ ນຳພາຈັດຕັ້ງປະຕິບັດເປັນປົກກະຕິ.

ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່ ແລະ ສະພາບວຽກງານວັດທະນະທໍາ, ໃນໄລຍະຜ່ານມາ ພັກໄດ້ຕັ້ງໜ້ານໍາພາ-ຊີ້ນໍາ ການປັບປຸງວຽກງານວັດທະນະທໍາຢ່າງຕໍ່ເນື່ອງ, ທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະທໍາ ໄດ້ຮັບການປັບປຸງ, ພັດທະນາ ແລະ ຍົກລະດັບຂຶ້ນ; ການກໍ່ສ້າງຊີວິດວັດທະນະທໍາໃໝ່, ການສ້າງຄອບຄົວ ແລະ ບ້ານວັດທະນະ ດໍາເນີນໄປໄດ້ດ້ວຍຖ່ວງທ່າຂະຫຍາຍຕົວ ທີ່ເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ກວ້າງຂວາງ, ວັດທະນະທໍາອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າໄດ້ຮັບການປົກປັກຮັກສາ, ເຜີຍແຜ່, ໂຄສະນາ, ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສະຕິຊາດເປັນເອກະພາບ, ຄວາມສາມັກຄີເປັນປຶກແຜ່ນຂອງຊາດ ແລະ ສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ໜັກແໜ້ນ.

ໂອກາດດັ່ງກ່າວ ຍັງໄດ້ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 100 ປີ ( 1 ກໍລະກົດ 1921-1 ກໍລະກົດ 2021 ).