ໃນວັນທີ 29 ກໍລະກົດ 2021, ກອງຮ້ອຍທະຫານຊາຍແດນ 243 ທີ່ຂຶ້ນກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ມີພິທີເປີດຊຸດອົບຮົມເຮືອລາດຕະເວນໃຫ້ແກ່ກຳລັງທະຫານຊາຍແດນ ກອງທັບປະຊາຊົນລາວ; ໂດຍການເປັນປະທານຂອງສະຫາຍ ພັອ ດວງ ມາລາ ຮອງຫົວໜ້າກົມ ທະຫານຊາຍແດນ ກົມໃຫຍ່ເສນາທິ ການກອງທັບ, ມີສະຫາຍ ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານກອງ ບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຈາກກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ; ກົມພົວພັນຕ່າງປະເທດ, ຄະນະຊ່ຽວ ຊານຈີນ ຈາກບໍລິສັດຜະລິດເຮືອໄຟ ເບີກາສ ສາງໂຈຈຳກັດ ຕະຫຼອດຮອດ ຄະນະຊີ້ນຳ ແລະ ບັນດານັກສຳມະນາ ກອນ ມາຈາກແຕ່ລະແຂວງທີ່ໄດ້ຮັບ ການປະກອບເຮືອລາດຕະເວນ ເຂົ້າ ຮ່ວມຈຳນວນ 75 ສະຫາຍ.

ການອົບຮົມໃນຄັ້ງນີ້ເພື່ອແນໃສ່ ເຮັດໃຫ້ກຳລັງທະຫານຊາຍແດນ ມີ ຄວາມຊຳນິຊຳນານການນຳໃຊ້ເຮືອເຂົ້າ ໃນການປະຕິບັດໜ້າທີ່ການເມືອງ ກໍຄື ໜ້າທີ່ປົກປັກຮັກສາຊາຍແດນທາງນໍ້າ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ ທີ່ກົມກອງຂອງຕົນຮັບຜິດຊອບໃຫ້ມີປະສິດທິຜົນສູງ; ສ່ວນກຳນົດເວລາໃນການອົບຮົມແມ່ນລວມມີ 20 ວັນ, ເຊິ່ງເລີ່ມແຕ່ວັນທີ 29 ກໍລະກົດຫາ 17 ສິງຫາ 2021 ຈຶ່ງຈະສຳເລັດ.

ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມພ້ອມ ກັນເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະກັນ, ໂດຍກຳແໜ້ນທາງດ້ານທິດສະ ດີຫຼັກການ ແລະ ພາກປະຕິບັດຕົວຈິງ ຢ່າງຕັ້ງໜ້າເພື່ອສ້າງຄວາມຊຳນານໃຫ້ ແກ່ຕົນເອງເພື່ອນຳໄປຈັດຕັ້ງປະຕິບັດ ໜ້າທີ່ວຽກງານຊາຍແດນພາຍໃນກົມກອງຂອງຕົນໃຫ້ມີຄວາມສະຫງົບເປັນຢ່າງດີ; ພ້ອມກັນເຊີດຊູນໍ້າໃຈມານະອົດທົນຜ່ານຜ່າອຸປະສັກຕ່າງໆ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ກຳນົດກົດ 7 ລະ ບອບ 18 ວຽກຂອງກອງທັບວາງອອກ ຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກ ຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ ໂດຍສະເພາະກັບຊ່ຽວຊານ(ຄູ-ອາຈານ) ໃຫ້ເລິກເຊິ່ງ ເພື່ອແນໃສ່ຮັບປະກັນເຮັດໃຫ້ການອົບຮົມໃນຄັ້ງນີ້ໄດ້ຮັບຜົນສູງ ແລະ ມີຄວາມປອດໄພ 100%.