ພາຍຫຼັງເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບແຈ້ງ ຄວາມຈາກພໍ່-ແມ່ປະຊາຊົນຫຼາຍຄັ້ງວ່າ: ມີບຸກ ຄົນເຄື່ອນໄຫວປຸ້ນຈີ້-ຊິງຊັບ ແລະ ລັກຊັບເປັນ ປະເພດລົດຈັກ; ເຈົ້າໜ້າທີ່ຈຶ່ງຮີບຮ້ອນແຕ່ງຕັ້ງກຳລັງວິຊາສະເພາະລົງຕິດຕາມຈົນສາມາດສືບ ເປົ້າໝາຍທີ່ກໍ່ເຫດ ແລະ ກັກຕົວໄດ້ ໃນວັນທີ 18 ພຶດສະພາ 2021; ຜ່ານການສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວຊື່ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 35 ປີ ຢູ່ບ້ານໄຊຍະພູມ ນະຄອນໄກສອນ ພົມວິຫານ ແລະ ຮັບສາລະພາບວ່າເຄີຍກໍ່ເຫດ ປຸ້ນຈີ້-ຊິງຊັບ ແລະ ລັກຊັບມາແລ້ວ 29 ຄັ້ງ.

ທ້າວ ພອນສະຫວັນ ຫຼື ອ້າຍ ໃຫ້ການ ຮັບສາລະພາບວ່າ: ຜ່ານມາແມ່ນໄດ້ມີການ ເຄື່ອນໄຫວກໍ່ເຫດກະທໍາຜິດຢູ່ພາຍໃນນະ ຄອນໄກສອນພົມວິຫານແທ້ ໂດຍເຮັດມາ ແລ້ວທັງໝົດຈໍານວນ 29 ຄັ້ງ ຄື:ປຸ້ນຊັບພົນ ລະເມືອງ 1 ຄັ້ງ, ຊິງຊັບ 3 ຄັ້ງ, ສໍ້ໂກງຊັບ 1 ຄັ້ງ ແລະ ລັກຊັບພົນລະເມືອງ 24 ຄັ້ງ (ລັກລົດຈັກ) ໄດ້ລົດຈັກທັງໝົດ 23 ຄັນ; ສ່ວນລົດທີ່ລັກ ມາໄດ້ນັ້ນ ແມ່ນນຳໄປຂາຍໃຫ້ຄົນທີ່ຮູ້ຈັກແລ້ວ ກໍເອົາເງິນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

ພັຕ ພອນໄຊ ກຸນ ນຸວົງ ຮອງພະແນກຕຳ ຫຼວດ ປກສ ນະຄອນ ໄກສອນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ພາຍ ຫຼັງເຈົ້າໜ້າທີ່ສາມາດ ຈັບຕົວຜູ້ເຄື່ອນໄຫວກໍ່ ເຫດປຸ້ນຈີ້, ຊີງຊັບ ແລະ ລັກຊັບພົນລະເມືອງ ຢູ່ນະຄອນໄກສອນພົມວິຫານ ໄດ້ແລ້ວກໍໄດ້ ສືບສວນຂະຫຍາຍຜົນຫາພັກພວກຮ່ວມຂະ ບວນການ ພ້ອມທັງເກັບກູ້ຂອງກາງປະເພດລົດຈັກທີ່ຜູ້ກໍ່ເຫດຂາຍໄປນັ້ນຄືນມາໄດ້ແລ້ວຈໍາ ນວນ 8 ຄັນ, ສ່ວນພາຫະນະທີ່ຍັງເຫຼືອເຈົ້າໜ້າທີ່ຕໍາຫຼວດ ແມ່ນຈະເລັ່ງສືບຕໍ່ຊອກຫາແລ້ວ ເກັບກູ້ຄືນ ເພື່ອມອບສົ່ງຄືນໃຫ້ເຈົ້າຂອງຊັບຕໍ່ ກັບຜູ້ກໍ່ເຫດແມ່ນຍັງຢູ່ໃນຂັ້ນຕອນສະຫຼຸບສຳ ນວນຄະດີສົ່ງໄອຍະການຟ້ອງສານຕັດສິນ.

ລົດຈັກຈຳນວນ 8 ຄັນ ທີ່ເກັບກູ້ຄືນມາໄດ້ນັ້ນເປັນລົດຍີ່ຫໍ້ຮອນດ້າເວບ 100, ກອງບັນ ຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມອບໃຫ້ເຈົ້າຂອງ ເດີມເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 21 ມິຖຸ ນາ 2021, ຕາງໜ້າມອບໂດຍ ພັຕ ພອນໄຊກຸນ ນຸວົງ ແລະ ຮັບໂດຍເຈົ້້າຂອງລົດ ທັງ 8 ຄັນ ພ້ອມດ້ວຍພະນັກງານວິຊາສະເພາະກ່ຽວຂ້ອງ ເຂົ້າຮ່ວມເປັນພະຍານ.