ໃນອາທິດຜ່ານມາ, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມືໃນການໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ທົ່ວ 10 ແຂວງໃນປະເທດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ຊູຸໂມ ບຣາທາ ກູຮາ ( Soumya Brata Guha ) ຜູ້ອໍານວຍການອົງການແພລນສາກົນ ປະຈໍາ ສປປ ລາວ; ເຊິ່ງ 10 ໂຄງການຂອງສະມາຄົມເຫຼົ່ານີ້ ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ຈະສາມາດເຂົ້າເຖິງປະຊາຊົນຫຼາຍກວ່າ 100,000 ຄົນ ທົ່ວ 102 ບ້ານ ໃນ 16 ເມືອງ, ໃນນັ້ນ ກວມເອົາການສະໜອງບ່ອນລ້າງມື 62 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດໃຫ້ແກ່ໂຮງຮຽນ 46 ແຫ່ງ, ໂຮງໝໍນ້ອຍ 5 ແຫ່ງ ແລະ ຕະຫຼາດອີກ 10 ແຫ່ງ.

ນາງ Baiba Zarina ຜູ້ຮັກສາການອຸປະທູດ ຂອງ ສະຫະພາບເອີຣົບ ປະຈໍາ ລາວ ໄດ້ກ່າວຢູ່ໃນພິທີລົງນາມເອກະສານການຮ່ວມມືໂຄງການຍ່ອຍ ວ່າ:

“ ພວກເຮົາຊົມເຊີຍຄວາມພະຍາຍາມອັນແທ້ຈິງຂອງ ລັດຖະບານລາວ ໃນການຮ່ວມມືກັບຄູ່ຮ່ວມພັດທະນາ, ພາກເອກະຊົນ, ແລະ ພາກສ່ວນກ່ຽວຂ້ອງອື່ນ ໃນການໂຕ້ຕອບການແພ່ລະບາດຂອງພະຍາດທີ່ກຳລັງເກີດຂຶ້ນນີ້. ໃນຂະນະທີ່ ການສັກຢາປ້ອງກັນກໍສາມາດດຳເນີນໄດ້ໄວເທົ່າທີ່ຈະໄວໄດ້. ຂ້າພະເຈົ້າຍັງຊົມເຊີຍ 10 ອົງການຈັດຕັ້ງທາງສັງຄົມທີ່ໄດ້ຮັບທຶນຊ່ວຍເຫຼືອໃນມື້ນີ້; ຂ້າພະເຈົ້າໝັ້ນໃຈວ່າພວກທ່ານຈະປະກອບສ່ວນໃນການຕໍ່ສູ້ກັບພະຍາໂຄວິດ-19 ຢ່າງສົມບູນ ຢູ່ໃນ ສປປ ລາວ ແລະ ສະແດງໃຫ້ເຫັນວ່າ ອົງການຈັດຕັ້ງສັງຄົມ ມີບົດບາດສຳຄັນຫຼາຍໃນການສະໜັບສະໜູນ ອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນຢ່າງມີປະສິດທິພາບ. ”

ສໍາລັບສັນຍາການຮ່ວມມືໃນກອບເວລາ 12 ເດືອນນີ້ ແມ່ນເຊັນໂດຍອົງການແພລນ ປະຈໍາ ສປປ ລາວ ເພື່ອຈັດຕັ້ງປະຕິບັດກິດຈະກໍາທີ່ເປັນສ່ວນໜຶ່ງຂອງ ໂຄງການການປະກອບສ່ວນ ຂອງ ອົງການຈັດຕັ້ງສັງຄົມ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກພະຍາດໂຄວິດ-19 ຫຼື ເອີ້ນວ່າ (CiSAC). ເຊິ່ງໂຄງການນີ້ ຈະຊ່ວຍປັບປຸງຍຸດທະວິທີການໂຕ້ຕອບພະຍາດໂຄວິດ-19 ຂອງປະເທດຊາດໃນໄລຍະຍາວ ລວມເຖິງການລະບາດໂຄວິດ-19 ທົ່ວໂລກ. ປັດຈຸບັນນີ້, ໂຄງການດັ່ງກ່າວໄດ້ສະໜອງທຶນໃຫ້ແກ່ 20 ອົງການຈັດຕັ້ງສັງຄົມ ໃນ 10 ແຂວງ ເຊິ່ງໄດ້ຮັບທຶນສະໜັບສະໜູນທີ່ຈຳເປັນຈາກສະຫະພາບເອີຣົບ ເພື່ອປະກອບສ່ວນຊ່ວຍ ສປປ ລາວ ໃນການໂຕ້ຕອບພະຍາດໂຄວິດ-19.

ການຈັດຕັ້ງປະຕິບັດໂຄງການ ແມ່ນເປັນໄປໃນຮູບແບບການປະສານງານໂດຍຜ່ານເຄືອຂ່າຍອົງການຈັດຕັ້ງສັງຄົມ ແລະ ນໍາໂດຍ ອົງການຈັດຕັ້ງສັງຄົມ ຄື: ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ (CHias) ແລະ ອົງການແພລນສາກົນ ປະຈໍາ ສປປ ລາວ, ພາຍໃຕ້ການນໍາພາ ແລະ ປະສານງານຮ່ວມກັບ ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ; ແຕ່ລະອົງກອນໄດ້ຮັບງົບປະມານ 250.000.000 ກີບ ເປັນມູນຄ່າລວມທັງໝົດ 2.500.000.000 ກີບ ເພື່ອໂຕ້ຕອບກັບພະຍາດໂຄວິດ-19.

ບັນດາອົງການຈັດຕັ້ງສັງຄົມທີ່ໄດ້ຮັບເງິນທຶນ ລວມມີ:

  • ສາມາຄົມແມ່ຍິງຮ່ວມໃຈພັດທະນາ (ສມຮພ) ຢູ່ແຂວງບໍ່ແກ້ວ
  • ສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ຢູ່ຫຼວງນໍ້າທາ
  • ສະມາຄົມຮ່ວມໃຈພັດທະນາ (ສຮນ) ຢູ່ຫຼວງພະບາງ
  • ສະມາຄົມສົ່ງເສີມການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (ສສກຊ) ຢູ່ແຂວງໄຊຍະບູລີ
  • ສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄ້ວາ ແລະ ພັດທະນາຊົນນະບົດ (ສສຄພຊ) ຢູ່ແຂວງວຽງຈັນ
  • ສະມາຄົມເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ (ສພມຊກ) ຢູ່ນະຄອນຫຼວງວຽງຈັນ
  • ສະມາຄົມສົ່ງເສີມການຮຽນຮູ້ເພຶ່ອການພັດທະນາ (ສສຮພ) ຢູ່ແຂວງບໍລິຄໍາໄຊ
  • ສະມາຄົມນໍ້າໃຈຊາວບ້ານ (ສນຊບ) ຢູ່ແຂວງຄຳມ່ວນ
  • ສະມາຄົມຕະກຽງລາວ (ສຕລ) ຢູ່ແຂວງສະຫວັນນະເຂດ
  • ສະມາຄົມພັດທະນາຊຸມຊົນເມືອງໂຂງ (ສພຊຂ) ຢູ່ແຂວງຈຳປາສັກ

ໂຄງການອົງການຈັດຕັ້ງສັງຄົມເຫຼົ່ານີ້ ຈະເພີ່ມທະວີການກຽມພ້ອມ ແລະ ການຕອບໂຕ້ຂອງຊຸມຊົນຕໍ່ກັບພະຍາດໂຄວິດ-19 ພ້ອມທັງຫຼຸດຜ່ອນຜົນກະທົບດ້ານສຸຂະພາບ ແລະ ຜົນກະທົບຕໍ່ການດໍາລົງຊີວິດຈາກການແພ່ລະບາດໃນຂອບເຂດທົ່ວໂລກ.