ທ້າວ ເຕີງບາວ ອາຍຸ 36 ປີ, ກໍາມະກອນ, ສັນຊາດຫວຽດນາມ ຢູ່ບ້ານເວີນເຮີງ ເມືອງພູເລີບ ແຂວງເຫວ ປະເທດຫວຽດນາມ ຖືກຄະນະ ສານອາຍາຂັ້ນຕົ້ນ ສານປະຊາຊົນນະຄອນຫຼວງ ວຽງຈັນ ພິຈາລະນາຕັດອິດສະລະພາບຈຳຄຸກ 5 ປີ, ປັບໃໝ 10 ລ້ານກີບ ໃນຂໍ້ຫາມີຢາເສບ ຕິດໄວ້ໃນຄອບຄອງ (ຢາບ້າ).

ໃນເດືອນມີນາ 2021, ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຂອງຈໍາເລີຍຕໍ່ທີ່ປະຊຸມສານວ່າ: ໂດຍ ທ້າວ ເຕີງບາວ ໄດ້ເຂົ້າມາປະເທດລາວໃນປີ 2012 ເພື່ອມາເປັນກໍາມະກອນ. ມາຮອດປີ 2019, ໄດ້ເລີ່ມເສບຢາເສບຕິດ (ຢາບ້າ) ເສບມື້ລະ 5-6 ເມັດ ຢາບ້າທີ່ເອົາມາເສບແມ່ນຊື້ນໍາ ທ້າວ ຕອງ ບໍ່ຮູ້ບ້ານຢູ່ ຂາຍຢູ່ຮ້ານເກມບ້ານສີເມືອງ ເມືອງສີສັດຕະນາກ ຊື້ເດືອນລະ 2 ຄັ້ງ, ຄັ້ງລະ 50 ເມັດ; ມາຮອດເດືອນມິຖຸນາ ປີ 2020, ໄດ້ຮູ້ຈັກກັບ ນາງ ອໍາ ຫຼື ຫຍຸ້ງ ເປັນຄົນຫວຽດນາມ ແລ້ວໄດ້ເສບຢາບ້ານໍາກັນ. ມາຮອດ ວັນທີ 23 ກໍລະກົດ 2020, ເວລາ 17:00 ໂມງ ນາງ ຫຍຸ້ງ ໄດ້ມາຫຼິ້ນ ນໍາ ທ້າວ ເຕີງບາວ ຢູ່ບ່ອນເຮັດວຽກຢູ່ບ້ານນາຊາຍ ເມືອງນາຊາຍທອງ ຮອດເວລາ 18:00 ໂມງ ນາງ ຫຍຸ້ງ ໄດ້ຊວນ ທ້າວ ເຕີງບາວ ຂີ່ລົດຈັກໄປຫານ້ອງຊາຍຢູ່ໂຮງງານດິນຈີ່ ຕັ້ງຢູ່ບ້ານນາຄວາຍ ເມືອງໄຊເສດຖາ ພໍຂີ່ລົດຮອດຮ້ານເກມບ້ານສີເມືອງ ທ້າວ ເຕີງບາວ ໄດ້ບອກ ນາງ ຫຍຸ້ງ ຈອດລົດຈັກ ແລ້ວ ທ້າວ ເຕີງບາວ ໄດ້ໄປຊື້ຢາບ້ານໍາ ທ້າວ ຕອງ ຈໍານວນ 50 ເມັດ ເມື່ອ ຊື້ມາແລ້ວ ໄດ້ເອົາເຊື່ອງໄວ້ພື້ນເກີບ ແລ້ວຂີ່ ລົດໄປຫານ້ອງຊາຍ ນາງ ຫຍຸ້ງ ເມື່ອຮອດໂຮງງານດິນຈີ່ ນາງ ຫຍຸ້ງ ໄດ້ເຂົ້າໄປຫານ້ອງຊາຍປະມານ 10 ນາທີ ແລ້ວອອກມາ. ຈາກນັ້ນ, ເຈົ້າ ໜ້າທີ່ໄດ້ເຂົ້າມາກວດຄົ້ນຕົວ ທ້າວ ເຕີງບາວ ພົບຢາ ບ້າຈໍານວນ 50 ເມັດ.

ຄະນະສານອາຍາ ໄດ້ຄົ້ນຄວ້າບັນດາຂໍ້ມູນ ຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາ ວະວິໄສແລ້ວ ເຫັນວ່າມີຫຼັກຖານຮັດກຸມທີ່ໜັກ ແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາໃນຂໍ້ຫາ ການມີຢາເສບຕິດໄວ້ໃນຄອບຄອງ (ຢາບ້າ) ເຊິ່ງ ເປັນການກະທໍາທີ່ແຕະຕ້ອງຕໍ່ສະຖຽນລະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງ ຄົມບໍ່ມີຄວາມສະຫງົບ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315; ການກະທໍາທັງໝົດນັ້ນ (ຈໍາເລີຍ) ກໍໃຫ້ການຮັບສາລະ ພາບວ່າໄດ້ມີຢາເສບຕິດໄວ້ໃນຄອບຄອງເພື່ອ ເສບ (ຢາບ້າ) ແທ້ຕາມຄໍາໃຫ້ການຮັບສາລະພາບ ສະບັບລົງວັນທີ 23 ກໍລະກົດ 2020 ແລະ 10, 12 ສິງຫາ 2020 ແຕ່ນໍ້າໜັກຢາບ້າມີນໍ້າໜັກ ເກີນຕາມທີ່ກົດໝາຍໄດ້ກໍານົດໄວ້ໃນປະມວນ ກົດໝາຍອາຍາ ມາດຕາ 320 ວັກ 3 ຈຶ່ງຖືວ່າເປັນ ການກະທໍາຜິດໃນຂໍ້ຫາ ການມີຢາເສບຕິດໄວ້ ໃນຄອບຄອງ (ຢາບ້າ), ຢາບ້າຈໍານວນ 50 ເມັດ ນໍ້າໜັກ 4,845 ກຼາມ ເຈົ້າໜ້າທີ່ໄດ້ນໍາໄປກວດພິສູດຢູ່ສູນວິໄຈອາຫານ ແລະ ຢາຈໍານວນ 5 ເມັດແລ້ວ ເຫັນວ່າຢາບ້າຈໍານວນດັ່ງກ່າວແມ່ນບັນຈຸສານເສບຕິດທີ່ອອກລິດຕໍ່ຈິດປະສາດແທ້ ຕາມໃບຢັ້ງຢືນການວິໄຈ ສະບັບເລກທີ 2679-20/ສອຍ, ລົງວັນທີ 11 ພະຈິກ 2020, ເຊິ່ງ ການກະທໍາຂອງ ທ້າວ ເຕີງບາວ (ຈໍາເລີຍ) ເປັນ ການກະທໍາຜິດໂດຍເຈດຕະນາ ເນື່ອງຈາກມີຢາ ບ້າໄວ້ໃນຄອບຄອງ (ຢາບ້າ) ທັງໆທີ່ຈໍາເລີຍຮູ້ດີວ່າຢາເສບຕິດເປັນສິ່ງທີ່ຜິດກົດໝາຍ.

ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານປະຊາຊົນນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ເຕີງບາວ ຈຳຄຸກ 5 ປີ ແລະ ປັບໃໝ 10 ລ້ານກີບ.