ໃນວັນທີ 24 ກໍລະກົດ 2021, ເຈົ້າໜ້າທີ່ພະແນກ ຕຳຫຼວດ ປກສ ເມືອງອະນຸວົງ ແຂວງໄຊສົມບູນ ສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາກໍາລັງວິຊາສະເພາະເຂົ້າກັກຕົວ ທ້າວ ດາວວ່າງ ອາຍຸ 37 ປີ ປະຊາຊົນ ບ້ານ ອ້ອມ ທີ່ເປັນເປົ້າໝາຍຄ້າຂາຍຢາເສບຕິດ, ຜ່ານການກວດຄົ້ນເຮືອນ (ເຄຫະສະຖານ) ພົບຢາບ້າ ຈຳນວນ 3 ມັດ ເທົ່າກັບ 6000 ເມັດ, ເງິນສົດ 8.280.000 ກີບ, ໂທລະສັບ 1 ໜ່ວຍ ແລະ ອຸປະກອນເສບຢາບ້າຈຳນວນໜຶ່ງ.

ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດໃນເບື້ອງຕົ້ນ ທ້າວ ດາວວ່າງ ສາລະພາບວ່າ: ຕົນເອງໄດ້ເລີ່ມເສບຢາບ້າ ແລະ ເຄື່ອນໄຫວຄ້າ-ຂາຍ ຢາບ້າມາແຕ່ປີ 2016; ເຊິ່ງຢາບ້າທີ່ນຳມາເສບ ແລະ ຂາຍໃນແຕ່ລະຄັ້ງ ແມ່ນຊື້ນຳຄົນບໍ່ຮູ້ຈັກຢູ່ ເມືອງທ່າໂທມ ຄັ້ງລະ 200 ເມັດ ຈຳນວນຫຼາຍຄັ້ງ; ມາຮອດໄລຍະປີ 2021, ຈຶ່ງໄດ້ໄປຫາ ທ້າວ ມາກື ຢູ່ບ້ານຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ ເພື່ອໃຫ້ທ້າວ ມາກື ພາໄປຊື້ຢາບ້າຈຳນວນ 3 ມັດ ຫຼື 6.000 ເມັດ ເພື່ອເອົາໄປຂາຍຕໍ່; ຈາກນັ້ນ, ພາຍຫຼັງທີ່ໄດ້ຢາບ້າມາແລ້ວ ກໍນໍາໄປເສບເອງ ຈໍານວນ 15 ເມັດ ສ່ວນທີ່ເຫຼືອແມ່ນເອົາໄວ້ຂາຍໃຫ້ກັບພວກຮ່ວມຂະບວນການດຽວກັນ.

ມາຮອດວັນທີ 17 ກໍລະກົດ 2021, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄປດຳເນີນຄະດີ ແລະ ປັດຈຸ ບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ກຳລັງເລັ່ງການສືບສວນ-ສອບສວນຂະຫຍາຍພົນຫາພັກພວກຮ່ວມຂະ ບວນການດຽວກັນ ເພື່ອມາລົງໂທດຕາມລະບຽບກົດໝາຍ.