ໂຮງຮຽນ ປກສ ຊັ້ນສູງ ເລກ I ປິດຊຸດຮຽນບໍາລຸງວິຊາສະເພາະ ລະບົບເລັ່ງລັດ

0
1272

ໂຮງຮຽນ ປກສ ຊັ້ນສູງ ເລກ I ປິດຊຸດຮຽນບໍາລຸງພື້ນຖານວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບເລັ່ງລັດ 6 ເດືອນ ຊັ້ນສູງ ຮຸ່ນທີ I ໃນວັນທີ 30 ກໍລະກົດ 2021, ເຂົ້າຮ່ວມໂດຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພັທ ວັງເຢຍ ເບຼຍຢ່າງ ອໍານວຍການໂຮງຮຽນ ປກສ ຊັ້ນສູງ ເລກ I, ມີຄະນະອຳນວຍການ, ແຂກເຊີນ, ພະນັກງານ-ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ໄມ່ແດງ ທຳປັນຍາ ຮອງອຳນວຍການໂຮງຮຽນ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດຫຼັກສູດການສຶກສາໄລຍະ 6 ເດືອນ ເຊິ່ງມີນັກສຶກສາທັງໝົດ 49 ສະຫາຍ ຍິງ 9 ສະຫາຍ, ໃນນີ້ມາຈາກ ປກສ ແຂວງຜົ້ງສາລີ 11 ສະຫາຍ ຍິງ 3 ສະຫາຍ, ອຸດົມໄຊ 16 ສະຫາຍ ຍິງ 2 ສະຫາຍ, ຫຼວງນໍ້າທາ 11 ສະຫາຍ ຍິງ 2 ສະຫາຍ ແລະ ແຂວງບໍ່ແກ້ວ 11 ສະຫາຍ ຍິງ 2 ສະຫາຍ.

ຜ່ານການບໍາລຸງນັກສຶກສາໃນຊຸດນີ້ ແມ່ນໄດ້ປະຕິບັດຕາມຫຼັກສູດວິຊາສະເພາະປ້ອງກັນຄວາມສະຫງົບ ລະບົບເລັ່ງລັດ 6 ເດືອນ ທີ່ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວາງອອກ, ໃນນີ້ທາງໂຮງຮຽນໄດ້ເປີດການຮຽນ-ການສອນ ເລີ່ມແຕ່ວັນທີ 15 ມັງກອນ-17 ກໍລະກົດ ຈຶ່ງໄດ້ທວນຄືນ ແລະ ສອບເສັງຈົບຫຼັກສູດ ເຊິ່ງໄດ້ກໍານົດເອົາ 3 ວິຊາຄື:

  • ວິຊາການເມືອງ
  • ວິຊາກົດໝາຍ
  • ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ

ຜົນສະເລ່ຍຄະແນນສອບເສັງຈົບຫຼັກສູດບຳລຸງໃນ 3 ວິຊາ ເສັງໄດ້ຄະແນນ 9 ມີ 1 ສະຫາຍ ກວມ 2,04%, ເສັງໄດ້ຄະແນນ 8 ມີ 42 ສະຫາຍ ຍິງ 9 ສະຫາຍ ກວມ 85,71% ແລະ ໄດ້ຄະແນນ 7 ມີ 6 ສະຫາຍ ກວມ 12,24%; ຈາກນັ້ນ, ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຶກສາ.