ກອງບັນຊາການ ປກສ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 3 ສິງຫາ 2021, ເຂົ້າຮ່ວມໂດຍ ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ຄຳພາ ຄຳມະວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊພູທອງ, ມີຫ້ອງການເມືອງ ປກສ ແຂວງ, ຄະນະ ປກສ ເມືອງ, ຫົວໜ້າ-ຮອງພະແນກ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ແກ້ວວິໄຈ ສີສົມພອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນນີ້ໄດ້ແຕ່ງຕັ້ງ:

  • ພັທ ສົມວິໄຊ ພົມມະຈັນ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊພູທອງ

ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ. ຈາກນັ້ນ, ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນ ນີ້ເລື່ອນຊັ້ນດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ

ໃນພິທີ ພັທ ຈັນທາ ແສນສຸລິວົງ ໄດ້ເນັ້ນໃຫ້ພະນັກງານທີ່ຖືກແຕ່ງຕັ້ງ ແລະ ເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນສຶບຕໍ່ເຮັດສຳເລັດໜ້າທີ່ການເມືອງໃນໄລຍະໃໝ່, ເອົາໃຈໃສ່ປັບປຸງແກ້ໄຂໃຫ້ສອດຄ່ອງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕິດພັນກັບ ຄວາມສາມັກຄີ, ແລກປ່ຽນປະສານສົມທົບກັນແລະກັນ ເພື່ອພ້ອມກັນເຮັດສຳເລັດວຽກງານປ້ອງກັນຄວາມສະຫງົບ ກໍຄື ວຽກງານວິຊາສະເພາະ ແລະ ໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ເພື່ອເຮັດໃຫ້ ເມືອງໄຊພູທອງ ມີຄວາມສະຫງົບດີຂຶ້ນໄປເລື້ອຍໆ.