ກົມໃຫຍ່ການເມືອງ ປກສ ເຊື່ອມຊຶມມະຕິກົມການເມືອງສູນກາງພັກ

0
900

ວັນທີ 4 ສິງຫາ 2021, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່, ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງແນວຄິດ ໃນໄລ ຍະໃໝ່, ໂດຍການເປັນປະທານ ແລະ ເຜີຍແຜ່ເອ ກະສານ ຂອງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະປະຈໍາພັກ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ກົມໃຫຍ່ການເມືອງ ເຂົ້າຮ່ວມ.

ຈຸດປະສົງການເຜີຍແຜ່ເຊື່ອມຊຶມເອກະສານຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານຫຼັກແຫ່ງພາຍໃນກົມໃຫຍ່ການ ເມືອງມີຄວາມເຂົ້າໃຈເນື້ອໃນບັນດາມະຕິດັ່ງກ່າວ ແລະ ຈັດຕັ້ງຜັນຂະຫຍາຍຢ່າງທົ່ວເຖິງ, ເລິກເຊິ່ງທຸກເປົ້າ ໝາຍ,ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເພື່ອປຸກລະດົມກໍາລັງແຮງທຸກພາກສ່ວນໃນສັງຄົມປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາຫຍໍ້ທໍ້ທາງດ້ານວັດທະນະທໍາ ແລະ ເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດໃຫ້ນັບມື້ອຸດົມຮັ່ງມີ ແລະ ເປັນກໍາລັງຊຸກດັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄປສູ່ຈຸດໝາຍທີ່ພັກເຮົາກໍານົດໄວ້ ເພື່ອສ້າງການຫັນປ່ຽນໃໝ່ຢ່າງກວ້າງ ຂວາງເລິກເຊິ່ງ ແລະ ຮອບດ້ານໃນການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາ ແລະ ຍົກສູງຄຸນນະພາບວຽກງານການເມືອງແນວຄິດໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນພິທີ, ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1 ກໍລະກົດ 1921-1 ກໍລະກົດ2021) ເພື່ອ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອໃຫ້ເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່ ແລະ ເສີມຂະຫຍາຍການພົວ ພັນລະຫວ່າງສອງພັກກາຍເປັນຜູ້ຮ່ວມມືຍຸດທະສາດຮອບດ້ານ, ໝັ້ຄົງຍາວນານຕາມທິດ 4 ດີ, ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ວິລະກໍາອັນສະຫງ່າອົງອາດຂອງພັກກອມມູນິດຈີນ ໃນການນໍາພາຊີ້ນໍາປະຊາຊົນຈີນອ້າຍນ້ອງບູລະນະສ້າງສາລະບອບສັງຄົມນິຍົມ ທີ່ມີສີສັນອັນພິເສດຂອງຈີນ,ທີ່ຍຶດໝັ້ນອຸດົມການສັງຄົມນິຍົມ,ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ແລະ ມີການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ທີ່ສອດຄ່ອງກັບຍຸກສະໄໝອັນເປັນການໄຂສັງ ກາດໃໝ່ແຫ່ງການພັດທະນາ ສປ ຈີນ ຕາມເສັ້ນທາງສັງຄົມນິຍົມ ຈຶ່ງສາ ມາດເຮັດສໍາເລັດພາລະກິດອັນຍິ່ງໃຫຍ່ຂອງພັກ,ຂອງຊາດ ເພື່ອປະກາດຄວາມເປັນເອກະລາດຂອງຊາດ ແລະ ສະຖາປະນາເປັນປະເທດ ສາ ທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949 ຢ່າງສະຫງ່າຜ່າເຜີຍ ພາຍໃຕ້ການນໍາພາຊີ້ນໍາຂອງພັກກອມມູນິດຈີນ.