ວິທະຍາຄານສັນຕິບານປະຊາຊົນ ປິດຊຸດຮຽນໃຫ້ນັກສຶກສາປະລິນຍາຕີລະບົບກໍ່ສ້າງ ຮຸ່ນທີ 22/4

0
1506

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນໃຫ້ນັກສຶກສາລະດັບປະ ລິນຍາຕີລະບົບກໍ່ສ້າງ ຮຸ່ນທີ 22/4 ໃນວັນທີ 5 ສິງຫາ 2021,ເປັນປະທານໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອໍານວຍການ ວສປ,ມີຄະນະພັກ-ຄະນະອໍານວຍການ, ຄະ ນະບັນຊາ,ພ້ອມດ້ວຍພະນັກງານ,ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອໍານວຍການ ວສປ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນໃຫ້ນັກສຶກສາລະດັບປະລິນຍາຕີ ລະບົບກໍ່ສ້າງຮຸ່ນທີ 22/4 ວ່າ:ນັກສຶກສາຮຸ່ນດັ່ງກ່າວ ມີຈໍານວນ 188 ສະຫາຍ ຍິງ 15 ສະຫາຍ,ກຳນົດເວລາຮຽນ 4 ປີ ປະກອບ ມີ: 8 ພາກຮຽນ, 144 ໜ່ວຍກິດ ລວມມີ 3.072 ຊົ່ວໂມງແບ່ງອອກເປັນ 3 ໄລຍະ, ຜ່ານການຈັດຕັ້ງຕີລາຄາຜົນການປ້ອງກັນບົດໂຄງການຈົບຊັ້ນ ຂອງນັກສຶກສາສາ ມາດສະຫຼຸບໄດ້ຄະແນນ ຄື: ປະເພດ ຄະແນນດີເດັ່ນ (ແຕ່ 9,00-9,50) ມີ 124 ສະຫາຍ ຍິງ12 ສະຫາຍ ເທົ່າກັບ 66,31%, ປະເພດຄະແນນດີຫຼາຍ (ແຕ່ 8,50 – 8,99) 63 ສະຫາຍ ຍິງ 3 ສະຫາຍ ເທົ່າກັບ 33,68%, ປະເພດ ຄະແນນດີ (ແຕ່ 8,00 – 8,49) 1 ສະຫາຍ ເທົ່າກັບ 0,53%, ສັງລວມແລ້ວຜົນຂອງການປ້ອງກັນບົດໂຄງການຈົບຊັ້ນຂອງນັກສຶສາ ຮຸ່ນທີ 22/4 ແມ່ນໄດ້ບັນລຸຄາດໝາຍ 100%.

ດ້ວຍຜົນງານຄວາມດີທຽບໃສ່ 5 ຫຼັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກນັກສຶກສາ ຮຸ່ນທີ 22/4 ທີ່ສໍາເລັດການສຶກສາໃນຄັ້ງນີ້ແມ່ນໄດ້ປະຕິບັດນະໂຍບາຍຢ່າງສົມກຽດດັ່ງນີ້: ໄດ້ຮັບການເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 2 ສະຫາຍ, ປະດັບຊັ້ນຮ້ອຍໂທ 126 ສະຫາຍ ຍິງ 14 ສະຫາຍ, ປະດັບຊັ້ນ ຮ້ອຍຕີ 1 ສະຫາຍ ແລະ ຮັກສາຊັ້ນເກົ່າ ຄື: ພັນຕີ 2 ສະຫາຍ, ຮ້ອຍເອກ 18 ສະຫາຍ ຍິງ 1 ສະຫາຍ ແລະ ຮ້ອຍໂທ 38 ສະຫາຍ.

ນອກຈາກນີ້, ໄດ້ຮັບການຍ້ອງຍໍ ຂັ້ນກະຊວງ ມີ 14 ສະຫາຍ ຍິງ 1 ສະຫາຍ, ຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 35 ສະຫາຍ ຍິງ 1 ສະ ຫາຍ, ຍ້ອງຍໍຂັ້ນ ວສປ 94 ສະຫາຍ ຍິງ 8 ສະຫາຍ ໃຫ້ດຽດປະດັບຊັ້ນ ແລະ ມອບໃບຍ້ອງຍໍ ໂດຍ ພົຈວ ປອ ວັນສົມ ສີສົມບັດ.

ພາບ-ຂ່າວ: ແກ້ວ ອຸເພັດ