ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໃນວັນທີ 5 ສິງຫາ 2021, ເຂົ້າຮ່ວມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນ ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ນະຄອນຫຼວງວຽງຈັນ, ມີຮອງປະທານ, ກໍາມະການ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນ ຮອງປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ນະຄອນຫຼວງວຽງຈັນ ຜູ້ປະຈໍາການ ກ່າວວ່າ:

ສະພາບໄພພິບັດທີ່ເກີດຂຶ້ນ ໃນໄລຍະຕົ້ນປີ 2021 ເນື່ອງຈາກວ່າສະພາບອາກາດປະຈໍາລະດູການ ແລະ ລົມພະຍຸເຂດຮ້ອນຈໍານວນຫຼາຍລູກ ພັດເຂົ້າມາ ສປປ ລາວ ຢ່າງລຽນຕິດເກີດມີລົມພັດ ແລະ ມີຝົນໄດ້ຕົກຢ່າງຕໍ່ເນື່ອງລຽນຕິດ ເຮັດໃຫ້ແມ່ນ້ໍາຕ່າງໆຍື່ງຂຶ້ນໄຫຼເຂົ້າພື້ນທີ່ຕ່ໍາ ແລະ ພື້ນທີ່ທໍາການຜະລິດຂອງປະຊາຊົນ, ເກີດມີດິນເຈື່ອນ, ຂົວ ແລະ ທາງຂາດຫຼາຍຈຸດ. ນອກຈາກນີ້, ຍັງມີເຫດການລະບາດຂອງການລະ ບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ໂຄງລ່າງພື້ນຖານການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ດັ່ງນີ້:

ທ່ານ ພູວົງ ວົງຄຳຊາວ

ນະຄອນຫຼວງວຽງຈັນ ໄດ້ມີສະພາບໄຟໄໝ້ ເຮືອນເກີດຂຶ້ນລວມທັງໝົດ 22 ຄັ້ງ, ສົ່ງຜົນກະທົບໃສ່ 8 ເມືອງ 18 ບ້ານ, 22 ຄອບຄົວ, ຈໍານວນ 168 ຄົນ ຍິງ 73 ຄົນ, ບໍ່ມີຄົນເສຍຊີວິດ, ເຮືອນເສຍຫາຍ 22 ຫຼັງ, ມູນຄ່າເສຍຫາຍ 5 ຕື້ກ່ວາກີບ. ສ່ວນເຫດການນໍ້າຖ້ວມ, ພະຍຸພັດ, ດິນເຊາະເຈື່ອນ ແມ່ນຍັງບໍ່ທັນມີ.

ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄຟໄໝ້ເຮືອນ, ທາງຄະນະກໍາມະການຄຸ້ມຄອງໄພພິບັດ ກໍໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ໂດຍສະເພາະໄດ້ຊ່ວຍເຫຼືອສັງກະສີ ຈໍານວນ 1.250 ແຜ່ນ ແລະ ເຫຼັກຕະປູ 295 ກີບ, ໄດ້ມອບໃຫ້ກັບຄອບຄົວທີ່ໄດ້ຮັບຜົນກະທົບ ລວມມູນຄ່າ 44.410.000 ກີບ.

ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສ້າງແຜນການຮັບປະກັບກຽມຕອບສະໜອງວັດຖຸພາຫະນະໃຫ້ແກ່ກໍາລັງທຸກພາກສ່ວນ ເຊັ່ນ: ການກຽມວັດຖຸ ແລະ ຈັດຕັ້ງໜ່ວຍງານເຄື່ອນໄຫວສົງເຄາະ ແລະ ບັນເທົາທຸກລົງຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ, ກະກຽມຈັດຕັ້ງໜ່ວຍແພດເຄື່ອນທີ່ 3 ຈຸ ເພື່ອປະສານສົມທົບກັບໜ່ວຍງານຂອງລັດ ແລະ ເອກກະຊົນໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ. ພ້ອມກັນນັ້ນ, ກໍໄດ້ມີການກະກຽມກໍາລັງທະຫານ ຈໍານວນ 850 ສະຫາຍ.

ນະຄອນຫຼວງວຽງຈັນ ມີລະບົບຊົນລະປະທານ ທັງໝົດ 71 ແຫ່ງ, ປັດຈຸບັນໄດ້ເປີດນໍ້າສະໜອງໃຫ້ສະຖານີການຜະລິດໄດ້ທັງໝົດ; ໃນນັ້ນມີອ່າງເກັບນໍ້າ 9 ແຫ່ງ, ຝາຍນໍ້າລົ້ນ 2 ແຫ່ງ, ປະຕູນໍ້າ 3 ແຫ່ງ ແລະ ຈັກສູບນໍ້າ 57 ແຫ່ງ, ການສະໜອງນໍ້າໃຫ້ແກ່ເນື້ອທີ່ທໍາການຜະລິດລະດູແລ້ງ ສົກປີ 2020-2021 ໄດ້ຈໍານວນ 16,111 ເຮັກຕາ ເທົ່າກັບ 95% ຂອງແຜນການ ( 16.942 ເຮັກຕາ ), ໃນນັ້ນປູກເຂົ້າ 15,559 ເຮັກຕາ, ປູກພືດ 1.018 ເຮັກຕາ, ໜອງປາ 365 ເຮັກຕາ.

ນອກນັ້ນ, ກໍໄດ້ມີການສ້ອມແປງລວງຄອງເໝືອງດ້ວຍກົນຈັກ 5 ຕົວເມືອງ ມີຈໍານວນ 14 ໂຄງການ, ມີຄວາມຍາວ 17.405 ແມັດ, ທີ່ປະຊາຊົນໄດ້ປະກອບສ່ວນທຶນຮອນສົມທົບຊື້ນໍ້າມັນໃສ່ລົດຈົກ ເປັນມູນຄ່າການສ້ອມແປງທັງໝົດ ຈໍານວນ 87.050.000 ກີບ, ລວງຄອງເໝືອງດ້ວຍແຮງງານຄົນ 6 ຕົວເມືອງ ມີຄວາມຍາວຈໍານວນ 277,476 ແມັດ ແລະ ໄດ້ຕິດຕາມການກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ປະຕູນໍ້າຂອງໂຄງການໄພພິບັດ ຈໍານວນ 4 ແຫ່ງ ຊຶ່ງປະຕິບັດແລ້ວ 1 ແຫ່ງ ພ້ອມມອບຮັບຄື: ໂຄງການຄູປ້ອງກັນນໍ້າຖ້ວມ ບ້ານໂນນຊາຍ ເມືອງປາກງື່ມ.