ໃນວັນທີ 4 ສິງຫາ 2021, ຄະນະສະຫະພັນແມ່ຍິງ ກອງບັນຊາການ ປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ສະຫຼຸບປິດບັ້ນດຳເນີນຊີວິດການເມືອງ, ເຂົ້າຮ່ວມໂດຍ ພັອ ບຸນແພງ ທີລະສັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປ້ອງກັນທີ່ຕັ້ງ, ເປັນປະທານໂດຍ ພັທ ນາງ ບົວວັນ ພູນປະເສີດ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປະທານສະຫະພັນແມ່ຍິງ ກອງບັນຊາການ ປ້ອງກັນທີ່ຕັ້ງ, ມີບັນດາຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ບົວວັນ ພູນປະເສີດ ໄດ້ຜ່ານບົດສະຫຼຸບບັ້ນດຳເນີນຊີວິດການເມືອງ ຕີລາຄາປະເພດແມ່ຍິງ 3 ດີ ວ່າ:

ໃນ 1 ປີ ຜ່ານມາ, ຄະນະສະຫະພັນແມ່ຍິງ ໄດ້ຈັດຕັ້ງປະຕິບັດຕາມແຜນດາເນີນຊີວິດການເມືອງ ໂດຍເຕົ້າໂຮມເອົາບັນດາສະມາຊິກແມ່ຍິງ ເຂົ້າຮ່ວມຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນບັນດາເອກະສານຕ່າງໆ. ເຊິ່ງຜ່ານການດຳເນີນຊີວິດການເມືອງ ເຮັດໃຫ້ສະມາຊິກແມ່ຍິງທຸກຄົນ ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ, ມີຄວາມເປັນເອກະພາບຮັບຮອງເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ໄປເປັນບ່ອນອີງໃນການພັດທະນາຕົນເອງໃຫ້ກ້າວໜ້າ.

ພາຍຫຼັງໄດ້ສຳເລັດບັ້ນດຳເນີນຊີວິດການເມືອງ, ຄະນະໄດ້ສະຫຼຸບ ແລະ ປຽບທຽບຊັ່ງຊາຄັດເລືອກບຸກຄົນປະເພດ 3 ດີ, ໜ່ວຍ 3 ດີ ຄື:

+ 3 ດີ ປະເພດ I ມີ 83 ສະຫາຍ ກວມ 87,36%; 3 ດີ ປະເພດ II ມີ 12 ສະຫາຍ ກວມ 12,64%; ບໍ່ໄດ້ຈັດປະເພດ 54 ສະຫາຍ ກວມ 36,24% ( ກຳລັງໃໝ່, ໄປຮຽນ ແລະມາໃໝ່ );

+ ໜ່ວຍ 3 ດີ ປະເພດ I ມີ 6 ໜ່ວຍ ກວມ 85,71%; ປະເພດ II ມີ 1 ໜ່ວຍ ກວມ 14,29%; ສະຫະພັນແມ່ຍິງ ກອງບັນຊາການ ປ້ອງກັນທີ່ຕັ້ງ 3 ດີ ປະເພດ I;

ນອກນັ້ນ, ໄດ້ຕີລາຄາແບ່ງປະເພດຂອງແຕ່ລະໜ່ວຍມີ ຄື:

+ ໜ່ວຍແມ່ຍິງຫ້ອງການເມືອງ 3 ດີ ປະເພດ I ມີ 16 ສະຫາຍ ກວມ 100%; ບຸກຄົນຕົວແບບດ້ານວິຊາສະເພາະ ມີ 1 ສະຫາຍ;

+ ໜ່ວຍແມ່ຍິງຫ້ອງການ 3 ດີ ປະເພດ I ມີ 12 ສະຫາຍ ກວມ 85,71%; 3 ດີ ປະເພດ II ມີ 2 ສະຫາຍ ກວມ 14,28%; ບໍ່ໄດ້ຄັດເລືອກປະເພດ 1 ສະຫາຍ ກວມ 6,66%;

+ ໜ່ວຍແມ່ຍິງຫ້ອງພະລາທິການ 3 ດີ ປະເພດ I ມີ 12 ສະຫາຍ ກວມ 92,30%; ປະເພດ II ມີ 1 ສະຫາຍ ກວມ 7,69%; ບໍ່ໄດ້ຄັດເລືອກປະເພດ 1 ສະຫາຍ ກວມ 7,14%;

+ ໜ່ວຍແມ່ຍິງຫ້ອງເສນາທິການ 3 ດີ ປະເພດ I ມີ 13 ສະຫາຍ ກວມ 81,25%; ປະເພດ II ມີ 3 ສະຫາຍ ກວມ 18,75%;

+ ໜ່ວຍແມ່ຍິງກອງພັນ 205 ໄດ້ 3 ດີ ປະເພດ I ມີ 8 ສະຫາຍ ກວມ 100%;

+ ໜ່ວຍແມ່ຍິງກອງພັນ 206 ໄດ້ 3 ດີ ປະເພດ I ມີ 14 ສະຫາຍ ກວມ 73,68%, ປະເພດ II ມີ 5 ສະ ຫາຍ ກວມ 26,31%; ບໍ່ໄດ້ຄັດເລືອກປະເພດ 2 ສະຫາຍ ກວມ 9,52%;

+ ໜ່ວຍແມ່ຍິງກອງພັນ 207 ໄດ້ 3 ດີ ປະເພດ I ມີ 8 ສະຫາຍ ກວມ 88,88%; ປະເພດ II ມີ 1 ສະຫາຍ ກວມ 11,11%; ບໍ່ໄດ້ຄັດເລືອກປະເພດ 1 ສະຫາຍ ກວມ 10%.

ສຳລັບທິດທາງແຜນການຕໍ່ໜ້າ ຈະສືບຕໍ່ຊຸກຍູ້ສະຫະພັນແມ່ຍິງແຕ່ລະໜ່ວຍ ເອົາໃຈໃສ່ກຳແໜ້ນແນວທາງນະໂຍບາຍຂອງພັກ, ຍົກສູງພາລະບົດບາດການນຳພາແກ້ໄຂບັນຫາປະກົດການຍໍ້ທໍ້ ຢູ່ພາຍໃນໜ່ວຍແມ່ຍິງຂອງຕົນໃຫ້ຂາດຕົວ ໂດຍຖືເອົາການຮ່ວມຊີວິດພາຍໃນແມ່ຍິງແຕ່ລະເດືອນໃຫ້ປົກກະຕິ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກແມ່ຍິງຢ່າງຕໍ່ເນື່ອງ ໂດຍຕິດພັນກັບ ການເຂົ້າເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ກໍຄື ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກ, ສ້າງບຸກຄົນແມ່ຍິງ 3 ດີ, ໜ່ວຍ 3 ດີ ແລະ ສະຫະພັນແມ່ຍິງ 3 ດີ ໃຫ້ໄດ້ 90%.