ກອງປະຊຸມປະເມີນຜົນຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາເຂດຈຸດສຸມໃຈກາງຢູ່ ບ້ານຜາເມືອງ, ບ້ານຜາໃດ, ບ້ານບໍ່ ແລະ ບ້ານພູຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນລະຫວ່າງວັນທີ 29-30 ກໍລະກົດ 2021; ເຂົ້າຮ່ວມໂດຍ ພັອ ສາຍສະໝອນ ພາລາມີໄຊ ຮອງຫົວໜ້າກົມໃຫຍ່ສັນ ຕິບານ ກະຊວງ ປກສ, ມີ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີ ປກສ ເມືອງ, ປກສ ກຸ່ມ ແລະ ອໍານາດການປົກ ຄອງບ້ານທັງ 4 ບ້ານ ເຂົ້າຮ່ວມ.

ໃນພິທີ, ຄະນະຮັບຜິດຊອບ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານເຂດຈຸມສຸມໃຈກາງ 4 ບ້ານ ເຊິ່ງໄດ້ຍົກໃຫ້ເຫັນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 2 ປີຜ່ານມາ; ສາມາດແກ້ໄຂບັນດາປະກົດການຍໍ້ທໍ້ ຕ່າງໆເຊັ່ນ: ບ້ານຜາເມືອງ ລວມມີ 7 ກໍ ລະນີ, 359 ເປົ້າໝາຍ ເຊັ່ນ: ດື້ດ້ານ ບໍຟັງຄວາມການຈັດຕັ້ງ 19 ເປົ້າໝາຍ; ນັກເລງອັນຕະພານ-ລັກຊັບພົນລະ ເມືອງ 7 ເປົ້າໝາຍ, ຖາງປ່າຊະຊາຍຈັບ ຈອງດິນບໍ່ຖືກຕ້ອງ 17 ກໍລະນີ, ພົວພັນ ຢາເສບຕິດ 155 ເປົ້າໝາຍຍິງ 3 ເປົ້າໝາຍ, ຍົກຍ້າຍຖິ່່ນຖານບໍ່ຖືກຕ້ອງ 70 ຄອບຄົວ, ສາມາດ ແກ້ໄຂໄດ້ 3 ກໍລະນີ ມີ 201 ເປົ້າໝາຍ; ຄິດໄລ່ເປັນເປີ ເຊັນ 55,9%, ເປົ້າໝາຍທີ່ຍັງຄ້າງຄາ 4 ກໍລະນີ ມີ 158 ເປົ້າໝາຍ, ຄິດໄລ່ ເປັນເປີເຊັນ 44,01%.

ພັທ ໄຂ່ຄໍາ ປັນຍານຸວົງ ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານເຂດຈຸດສຸມໃຈກາງເມືອງ ຮອງຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ ໄດ້ຂຶ້ນຜ່ານບົດວິໃຈສັງລວມຄືນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 2 ປີຜ່ານ; ມາສາມາດເຫັນໄດ້ວ່າອໍານາດການປົກ ຄອງ ແລະ ປະຊາຊົນຢູ່ໃນແຕ່ລະບ້ານ ເຂົ້າໃຈ ແລະ ມີສ່ວນຮ່ວມຕໍ່ວຽກງານ ປ້ອງກັນຊາດປ້ອງກັນຄວາມສະຫົງບເວົ້າລວມ, ເວົ້າສະເພາະຢູ່ 4 ບ້ານຫໍ່ຼແຫຼມ ຂອງເມືອງບໍລິຄັນ; ສາມາດສັງລວມເຫັນ ວ່າມີຫຼາຍກໍລະນີຫຼຸດໜ້ອຍຖອຍລົງ ເປັນກ້າວໆ ແລະ ຍັງໄດ້ປະເມີນ ຜົນ 4 ບ້ານຫໍ່ຼແຫຼມຂອງເມືອງສາມາດຕີລາຄາ ໄດ້ວ່າ: ບ້ານຜາໃດ ມີເງືອນໄຂທີ່ຈະປົດ ອອກຈາກບ້ານຫໍ່ຼແຫຼມສ່ວນ 3 ບ້ານຄື: ບ້ານຜາເມືອງ; ບ້ານບໍ່ ແລະ ບ້ານພູຄໍາ ແມ່ນຍັງສືບຕໍ່ຈັດຕັງປະຕິບັດຊອກວິທີ ເພື່ອປັບປຸງແກ້ໄຂຂໍ້ຄົງຄ້າງບາງດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າເພື່ອເຮັດໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.