ລັດຖະບານຍີ່ປຸ່ນໄດ້ສະໜອງວັກຊີນກັນພະຍາດໂຄວິດ-19 Astra Zeneca/ Oxford COVID-19 ຈໍານວນ 616,820 ໂດສ໌ ໃຫ້ແກ່ ສປປ ລາວ ໂດຍຜ່ານ COVAX Facility ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສປປ ລາວ ໃນການປະຕິບັດການສັກວັກຊີນໃຫ້ເເກ່ປະຊາ ຊົນ.

ການບໍລິຈາກປະກອບມີວັກຊີນກັນພະຍາດ ໂຄວິດ-19 AstraZeneca/Oxford ຈໍານວນ 616,820 ໂດສ໌ ຊຶ່ງຜະລິດໃນປະເທດຍີ່ປຸ່ນ ແລະ ຈະປະກອບສ່ວນເຂົ້າໃນການສັກວັກຊີນໃຫ້ກັບປະຊາຊົນລາວ 300,000 ກ່ວາຄົນພາຍໃນທ້າຍປີ 2021 ນີ້.ພິທີມອບຮັບວັກຊິນດັ່ງກ່າວ ເເມ່ນໄດ້ຈັດຂຶ້ນຢູ່ທີ່ສະໜາມບິນສາກົນວັດໄຕ ໃນວັນທີ 5 ສິງຫາ 2021 ນີ້ດ້ວຍການເປັນປະທານໂດຍພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ. ພະນະທ່ານ ເຄໂຊ ທາເກວະກະ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ເປັນຜູ້ມອບວັກຊີນເຫຼົ່ານີ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ຢ່າງເປັນທາງການ. ເຂົ້າຮ່ວມໃນພິທີມອບ-ຮັບຄັ້ງນີ້ຍັງມີ ທ່ານ ດຣ. ກາວ ຈູນ, ວ່າການແທນຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ເເລະ ທ່ານນາງ ດຣ ເພຍ ເຣເບນໂຣ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຄູ່ຮ່ວມງານອື່ນໆ.

ການບໍລິຈາກວັກຊີນກັນພະຍາດ ໂຄວິດ-19 ຈາກລັດຖະບານຍີ່ປຸ່ນ ໂດຍຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.