ທະຫານ ນວ ເປີດຊຸດອົບຮົມບຳລຸງຄູທະຫານໄລຍະສັ້ນ

0
736

ເພື່ອປະຕິບັດຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການເຕັກນິກ ປະຈຳປີ 2021 ໃຫ້ກຳລັງຫຼວງ,ກຳລັງທ້ອງຖິ່ນ ໃນທົ່ວກອງທັບປະຊາຊົນລາວ; ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈຶ່ງໄດ້ເປີດອົບຮົມບໍາລຸງຄູການທະຫານໄລຍະສັ້ນຂຶ້ນໃນວັນທີ 5 ສິງຫາ 2021; ເຂົ້າຮ່ວມມີ ພັທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການ ທະຫານ ນະຄອນຫຼວງວຽງຈັນ, ມີບັນດາຄະນະບັນຊາກົມກອງ, ນັກຝຶກອົບ ຮົມ, ວິຊາການ, ຄູສອນ ເຂົ້າຮ່ວມ.

ພັຕ ໂຕ່ລິດ ບາງພະຈັນ ຫົວໜ້າພະແນກອົບຮົມທະຫານນະຄອນຫຼວງວຽງຈັນ ຂຶ້ນຜ່ານແຜນການອົບຮົມໄລຍະສັ້ນ ວ່າ: ເພື່ອເປັນການຍົກລະດັບບໍາລຸງໃຫ້ຖັນແຖວພະນັກງານທີ່ເຂົ້າຮ່ວມອົບຮົມຫັດແອບໃຫ້ມີຄວາມຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດສະດີ, ຫຼັກການ ໃຫ້ມີຄວາມຊໍານານທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນກົມກອງຮາກຖານ;

ເອກະພາບຄືນບາງຫຼັກການສິລະປະຍຸດ-ຍຸດທະວິທີ, ລະບຽບວິໄນ, ຂໍ້ກໍານົກກົດລະບຽບ ແລະ ເນື້ອໃນຝຶກຝົນກໍາລັງແຮງກາຍຂອງກອງທັບໃຫ້ມີຄວາມເປັນເອກະພາບ ແລະ ທັງເປັນການສົມທົບແລກປ່ຽນຖອນຖອນບົດຮຽນໃນການເຄື່ອນໄຫວອົບຮົມ ຫັດແອບໃຫ້ຖືກຕ້ອງຕາມທິດຊີ້ນຳຂອງຂັ້ນເທິງ ແລະ ຖຶກຕາມຈຸດພິເສດຂອງ ກົມກອງ ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດດ້ານວຽກງານອົບຮົມຫັດແອບ ແລະ ນຳເອົາບົດຮຽນນຳໄປຜັນຂະຫຍາຍໃນກົມກອງຂອງຕົນໃຫ້ປະກົດຜົນເປັນຈິງ.

ຊຸດອົບຮົມຄັ້ງນີ້, ດຳເນີນເປັນເວລາ 2 ວັນ, ແບ່ງອອກເປັນ 5 ພາກໃຫຍ່ຄື: ພາກວິຊາກິລາການທະຫານ, ພາກວິຊາການທະຫານສົມທົບ, ພາກວິຊາລະບຽບ, ພາກວິຊາສິນລະປະຍຸດ, ພາກວິຊາຍຸດທະວິທີ ແລະ ພາກວິຊາບັນດາ ແຜນການລວມ.