ກອງບັນຊາການ ປກສ ແຂວງຈຳ ປາສັກໄດ້ຈັດພິທີປະກາດສັບຊ້ອນກໍາລັງຕໍາຫຼວດທີ່ສໍາເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 6 ຮຸ້ນທີ 7 ແຂວງສາລະວັນ ແລະ ໂຮງຮຽນ ປກສ ຊັ້ນຕົ້ນ ຮຸ້ນທີ 6 ບ້ານໄຮ່ປາກງື່ມ ນະຄອນຫຼວງວຽງຈັນ ໃນທ້າຍອາທິດຜ່ານມາ; ເປັນປະທານໂດຍ ພັທ ບຸນ ສົງຈັນ ທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ຫົວໜ້າພະແນກ-ຮອງພະແນກ, ປກສ ເມືອງ, ນະຄອນ, ພະນັກງານ-ນັກຮົບ, ກໍາລັງຕໍາຫຼວດທີ່ສໍາເລັດການສຶກສາທັງສອງໂຮງຮຽນ ເຂົ້າຮ່ວມ.

ໃນພິທີ ຮອ ຈິດຕະພອນ ອິນປັນຍາ ຮອງຫົວໜ້າພະແນກຈັດຕັ້ງພະນັກງານໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາ ການ ປກສ ແຂວງຈຳປາສັກ ວ່າດ້ວຍການສັບຊ້ອນກໍາລັງຕໍາຫຼວດທີ່ສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນ ເລກ 6 ແຂວງສາລະວັນ ຮຸ້ນທີ 7 ແລະສຳເລັດການສຶກສາຈາກໂຮງຮຽນ ປກສ ຊັ້ນຕົ້ນບ້ານໄຮ່ປາກງື່ມ ຮຸ້ນທີ 6 ຈໍານວນ 77 ສະຫາຍ ຍິງ 1 ສະຫາຍ ໃຫ້ບັນດາຫ້ອງອ້ອມຂ້າງກອງບັນຊາ ການ, ປກສ 9 ຕົວເມືອງ, 1 ນະຄອນ.

ໃນພິທີ, ພັທ ບຸນສົງ ຈັນທະວົງສັກ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ສໍາເລັດການສຶກສານັ້ນມັນແມ່ນຜົນງານ, ຄວາມຕັດສິນໃຈ ແລະ ຄວາມຕັ້ງໜ້າອັນໜັກແໜ້ນຂອງບັນດາສະຫາຍ ໄດ້ບຸກບືນຜ່ານມາຈົນເຮັດສໍາເລັດມາໄດ້ຢ່າງພາກພູມໃຈ; ໄປພ້ອມກັບຜົນສໍາ ເລັດດັ່ງກ່າວນັ້ນ, ບັນດາສະຫາຍຈົ່ງພ້ອມ ກັນເອົາໃຈໃສ່ຝຶກຝົນຫໍ່ຼຫຼອມຕົນເອງໃຫ້ເປັນພະນັກງານສືບທອດປ່ຽນແທນ ແລະ ປະຕິບັດກົດລະບຽບຂອງກຳລັງຢ່າງເຂັ້ມງວດໂດຍຖືເອົາວຽກງານການເມືອງນຳພາ-ແນວຄິດເປັນກົກ; ສ້າງຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ ແລະ ກາຍເປັນພະນັກງານທີ່ດີເດັ່ນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ມີຄວາມສາມັກຄີພາຍໃນ ແລະ ນຳເອົາບົດຮຽນທີ່ຕົນໄດ້ສຶກສາຮ່ຳຮຽນມາໝູນໃຊ້ໃຫ້ເກີດປະໂຫຍດ ແລະ ມີປະສິດທິ ພາບສູງ.