ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານພົ້ນເດັ່ນ, ຄົບມາດຖານເງື່ອນໄຂຂອງການ ເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃນວັນທີ 5 ສິງຫາ 2021; ປະດັບຊັ້ນໂດຍ ພັທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ຄຳມ່ວນ, ມີບັນດາຄະນະພັກ, ຄະນະຫ້ອງ, ປກສ ເມືອງ 10 ຕົວເມືອງ, ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຄໍາມ່ວນ ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາ ຫຼວດຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 24 ສະຫາຍ ຍິງ 5 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 32 ສະຫາຍ ຍິງ 6 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 54 ສະຫາຍ ຍິງ 6 ສະຫາຍ.

ພັທ ທິບພະຈັນ ໂພໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ພ້ອມທັງຊີ້ນໍາໃຫ້ເພີ່ມທະວີທາງດ້ານການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ; ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ການຊີ້ນຳ-ນຳພາ ຂອງພັກ-ລັດ, ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງ, ເອົາໃຈໃສ່ຍົກສູງຄວາມຮູ້ຄວາມສາມາດວິຊາສະເພາະ, ປັບປຸງແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ໝັກແໜ້ນ, ເປັນແບບ ຢ່າງນຳໜ້າກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ເພື່ອສ້າງໃຫ້ໄດ້ພະນັກງານສືບ ທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.