ໃນວັນທີ 6 ສິງຫາ 2021 ຜ່ານມາ, ທ່ານ ອານິໄຊ ສຸຂະວົງ ພ້ອມດ້ວຍຄອບຄົວ ໄດ້ມີຄວາມຍິນດີສະໝັກໃຈນໍາໝີ ຈຳນວນ 2 ໂຕ ມອບໃຫ້ກັບພາກລັດ ຕາງໜ້າກ່າວຮັບໂດຍ ທ່ານ ຖາວອນ ວົງຄຳອຸດ ຮອງຫົວໜ້າກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ, ມີຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຫາດຊາຍຟອງ, ອົງການອະນຸລັກໝີລາວ FEE THE BEARS ແຂວງຫຼວງພະບາງ ແລະ ອົງການຈັດຕັ້ງບ້ານ ຫາດຊາຍຂາວ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຖາວອນ ວົງຄຳອຸດ ໃຫ້ຮູ້ວ່າ: ໝີຈໍານວນ 2 ໂຕນີ້ ເປັນສັດປ່າປະເພດຫວງຫ້າມທີ່ໃກ້ຈະສູນພັນ ຫຼື ເອີ້ນວ່າ: ບັນຊີ 1 ທີ່ຄອບຄົວ ທ່ານ ອານິສົງ ສຸຂະວົງ ໄດ້ນໍາມາມອບໃນຄັ້ງນີ້ ແມ່ນຈະໄດ້ນໍາໄປບໍາບັດຟື້ນຟູຕາມຫຼັກວິຊາການ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານປົກປ້ອງສັດປ່າ ເຊິ່ງພົນລະເມືອງລາວໝົດທຸກຄົນໃນສັງຄົມຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາ ໂດຍສະເພາະແມ່ ໃນບັນຊີ 1 ແລະ ມັນບໍ່ພຽງແຕ່ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ ເທົ່ານັ້ນ ແຕ່ຍັງເປັນການປະຕິບັດພັນທະສາກົນຕາມສົນທິສັນຍາໄຊເຕັດນຳ.

ພ້ອມດຽວກັນນັ້ນ, ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກໍຍັງໄດ້ມອບໝີຈຳນວນດັ່ງກ່າວ ໃຫ້ຕາງໜ້າອົງການອະນຸລັກໝີລາວ FEE THE BEARS ແຂວງຫຼວງພະບາງ ເຊິ່ງເປັນຄູ່ຮ່ວມງານ ແລະ ເປັນຜູ້ສະໜັບສະໜູນວຽກງານອະນຸລັກໝີ ເພື່ອນຳສົ່ງໝີຈຳນວນດັ່ງກ່າວໄປຟື້ນຟູບຳບັດຕາມຫຼັກວິຊາການ ທີ່ແຂວງຫຼວງພະບາງ ກ່ອນທີ່ປ່ອຍຄືນສູ່ທໍາມະຊາດ.   

ຂ່າວ: ລັດດາວັນ