ທ້າຍອາທິດຜ່ານມານີ້,ຈໍາເລີຍ 3 ຄົນ ຊື່ທ້າວ ຮືລີ, ທ້າວ ລາວຢືທໍ່ ແລະ ທ້າວ ເດດປັນຍາ ໂດຍພວກກ່ຽວໄດ້ ກະທໍາຜິດໃນສະຖານການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງຖືກສານ ປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຄົ້ນ ຄວ້າພິຈາລະນາຕັດສິນລົງໂທດຈໍາຄຸກ ພ້ອມທັງປັບໃໝຕາມລະບຽບກົດໝາຍ.

ຕາງໜ້າອົງການໄອຍະການປະຊາ ຊົນແຂວງອຸດົມໄຊ ໄດ້ຖະແຫຼງເນື້ອໃນຄະດີໃຫ້ຮູ້ວ່າ: ທ້າວ ຮືລີ (ຈຳເລີຍ) ອາຍຸ 48 ປີ ຢູ່ບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວໃນຂ້ໍ ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງອີງຕາມເນື້ອໃນຄຳຖະແຫຼງ ຄື: ໃນວັນທີ 24 ມີນາ 2020, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງຮຸນ ນໍາກໍາລັງວິຊາສະເພາະເຂົ້າກວດກາສະຖານທີ່ ຕົວຈິງພາຍຫຼັງສືບຮູ້ວ່າຜູ້ກ່ຽວ ໄດ້ເຄື່ອນໄຫວພົວພັນສິ່ງເສບຕິດດ້ວຍຮູບການ ຈັບກຸ່ມ ແລະ ກວດຄົ້ນເຄຫາສະຖານພົບເຫັນຢາບ້າ ຈຳນວນ 516 ເມັດ ຊຸກ ເຊື່ອງຢູ່ກະຕ່າເຄື່ອງໃນຫ້ອງນອນຂອງຜູ້ກ່ຽວD

ຜ່ານການສືບສວນ-ສອບ ສວນຈໍາເລີຍ ໃຫ້ການຮັບສາລະພາບ ວ່າ: ໃນວັນທີ 23 ມີນາ 2020 ໄດ້ມີຜູ້ ຊາຍຄົນໜຶ່ງບໍ່ຊາບຊື່ ແລະ ທີ່ຢູ່, ມາ ຖາມຂາຍຢາບ້າໃຫ້ຕົນຢູ່ເຮືອນ ແລະ ຕົນຈື່ງໄດ້ຕົກລົງຊື້ຢາບ້ານຳຜູ້ກ່ຽວຈຳນວນ 2 ຖົງ ກັບ 116 ເມັດ ລວມມີ 516 ເມັດ. ພາຍຫຼັງທີ່ໄດ້ຢາບ້າມາແລ້ວ ກໍເອົາຊຸກເຊື່ອງໄວ້ໃນກະຕ່າເຄື່ອງ. ມື້ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ ກັກຕົວມາດຳ ເນີນຄະດີຕາມລະບຽບກົດໝາຍ.

ດ້ວຍເຫດຜົນ ແລະ ຫຼັກຖານທີ່ປະກອບໃນສໍານວນຄະດີຢ່າງຖືກຕ້ອງ ແລະ ພາວະ ວິໄສ ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາລົງໂທດຕັດອິດສາລະພາບ ທ້າວ ຮືລີ (ຈໍາເລີຍ) ຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ ພ້ອມທັງຮິບຂອງກາງທີ່ມີສ່ວນພົວພັນເຂົ້າເປັນຂອງລັດ.

ທ້າວ ລາວຢືທໍ່ ອາຍຸ 30 ປີ ບ້ານພູກໍ່ ເມືອງງາ ແຂວງອຸດົມໄຊ ຖືກກັກຕົວ ໃນວັນທີ 8 ພຶດສະພາ 2020 ໃນຂໍ້ຫາ ຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບ ຄອງ ຈຳນວນ 224 ເມັດ ແລະ ມີການ ຊື້ຂາຍອາວຸດເສິກ ປະເພດປືນກາມ້າ 1 ກະບອກ; ຕາມຄໍາປະເດັນຕັດສິນເລກ ທີ 047/ຂຕ.ອ, ລົງວັນທີ 9 ມິຖຸນາ 2021 ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ພິຈາລະນາລົງໂທດຕັດອິດ ສາລະພາບຈໍາເລີຍ ໃນສະຖານຄ້າ-ຂາຍ ຢາບ້າ, ມີຢາບ້າໄວ້ໃນຄອບຄອງ ແລະ ການຊື້ຂາຍອາວຸດເສິກຈຳຄຸກ 5 ປີ 6 ເດືອນ ແລະ ປັບໃໝ 15.000.000 ກີບ, ຮີບຢາຍ້າ 224 ເມັດ ມາທໍາລາຍຖິ້ມ, ຮີບເງິນກີບ ຈໍານວນ 4.000.000 ກີບ ທີ່ໄດ້ຈາກການຂາຍຢາບ້າມາເປັນຂອງລັດ ແລະ ຮີບປືນກາມ້າຈໍານວນ 1 ກະບອກ ມາເປັນຂອງລັດ.

ຄຳຖະແຫຼງເລກທີ 61/ອຍກຂ.ອຊ, ລົງວັນທີ 2 ເມາສາ 2021 ມີຈໍາ ເລີຍຊື່ ທ້າວ ເດດປັນຍາ ອາຍຸ 25 ປີ ຢູ່ ບ້ານນາເລົາ ເມືອງໄຊ ໃນຂໍ້ຫາມີຢາບ້າ ແລະ ເຮໂລອິນ ໄວ້ໃນຄອບ ຄອງ ຈຳ ນວນ 75 ເມັດ ແລະ ເຮໂລອິນ ຈໍານວນ 1 ກ້ອນນ້ອຍ ຖືກຄະນະສານອາຍາຂັ້ນຕົ້ນ ແຂວງອຸດົມໄຊ ຄົ້ນຄວ້າພິຈາລະນາຕັດສິນລົງໂທດຈໍາຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ ພ້ອມທັງຮິບຂອງກາງຢາບ້າ ແລະ ເຮໂລອິນ ໄປທໍາລາຍຖິ້ມ.