ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ເຊື່ອມຊຶມເອກະສານ

0
717

ວັນທີ 11 ສິງຫາ ນີ້, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ; ໄດ້ຈັດຕັ້ງປາຖະກະຖາ 3 ເອກະສານສໍາຄັນ ຄື: ປາຖະກະຖາວັນສ້າງຕັ້ງກອມມູນນິດຈີນ ຄົບຮອບ 100 ປີ, ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລ ຍະໃໝ່ ແລະ ເອກະສານວ່າດ້ວຍການເພີ່ມທະວີການ ນໍາພາຂອງພັກຕໍ່ວຽກງານວັດ ທະນະທຳໃນໄລຍະໃໝ່ ໂດຍການເຜີຍແຜ່ເອກະສານຂອງ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມກົມຄົ້ນຄວ້າວິ ທະຍາສາດ ແລະ ປະຫວັດສາດ, ມີບັນດາຄະນະພັກ,ຄະນະກົມ, ພ້ອມດ້ວຍຫົວ ໜ້າ-ຮອງພະແນກ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ໄດ້ກ່າວວ່າ: ວັດທະນະທຳ ແມ່ນບັນດາຄຸນຄ່າທາງດ້ານວັດຖຸແລະຈິດໃຈ ທີ່ມວນມະ ນຸດສ້າງໃນຂະບວນການວິວັດແຕ່ລະໄລຍະປະຫວັດແຫ່ງການກຳເນີດ,ຄົງຕົວ ແລະ ຂະຫຍາຍຕົວຂອງສັງ ຄົມ ພັກປະຊາຊົນປະຕິວັດລາວຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານວັດທະນະທຳ ໂດຍຖືວ່າ ວັດທະນະ ທຳແມ່ນຄຸນລັກສະນະ ແລະ ເປັນປັດໃຈພື້ນຖານຂອງການດຳລົງຄົງຕົວຂອງຊາດ,ແມ່ນກຳລັງດັນ ແລະ ຈຸດໝາຍຂອງການພັດທະນາສັງຄົມຕາມທິດສັງຄົມນິຍົມ ບົນພື້ນຖານທິດນຳທີ່ວ່າ: ຢາກສ້າງສັງຄົມນິຍົມ ຕ້ອງມີຄົນສັງ ຄົມນິຍົມພັກໄດ້ສຸມໃສ່ນຳພາ-ຊີ້ນໍາການປັບປຸງວຽກງານວັດທະນະທໍາຢ່າງຕໍ່ເນື່ອງ, ທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບວັດທະນະ ທຳໄດ້ຮັບການປັບປຸງພັດທະນາ ແລະ ຍົກລະດັບຂື້ນ,ການກໍ່ສ້າງຊີວິດວັດທະນະທຳໃໝ່, ການສ້າງຄອບຄົວ ແລະ ບ້ານວັດທະນະທຳດຳເນີນໄປດ້ວຍຖວ້ງທ່າຂະຫຍາຍຕົວ ທີ່ເປັນຂະບວນການຟົດຟື້ນ,ຕໍ່ເນື່ອງ ແລະ ກ້ວາງຂວາງ, ວັດທະນະທຳອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ,ສະຕິຊາດເປັນເອກະພາບຄວາມສາມັກຄີເປັນປຶກແຜ່ນຂອງຊາດ ແລະ ສືບຕໍ່ໄດ້ຮັບການເພີ່ມທະວີໃຫ້ໜັກແໜ້ນ.

ວຽກງານການເມືອງ-ແນວຄິດພັກເຮົາຍາມໃດກໍຢຶດໝັ້ນທິດນໍາພື້ນຖານຂອງພັກທີ່ວ່າ: ວຽກງານການເມືອງ-ແນວຄິດເປັນທີ່ສໍາຄັນພື້ນ ຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ ຕະຫຼອດໄລຍະແຫ່ງການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ທຸກອົງການຈັດຕັ້ງຂອງ ພັກ-ລັດ,ແນວລາວສ້າງຊາດແລະບັນດາອົງການຈັດຕັ້ງມະຫາຊົນ ໄດ້ນໍາເອົາເນື້ອໃນຈິດໃຈບັນດາມະ ຕິຂອງພັກມາຄົ້ນຄວ້າ, ປຶກສາຫາລື ແລະ ຫັນເປັນອັນລະອຽດ, ສ້າງເປັນປຶ້ມຄູ່ມື ສໍາລັບຊຸດຝຶກອົບຮົມຕາມຫົວຂໍ້ສະ ເພາະ ສອດຄ່ອງກັບ ຄວາມຮັບຜິດຊອບຂອງຕົນໃຫ້ແຕ່ລະເປົ້າໝາຍ,ທັງດໍາເນີນການຝຶກອົບຮົມ ແລະ ນຳພາຈັດຕັ້ງປະຕິບັດເປັນປົກກະຕິ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ