ສື່ມວນຊົນ ປກສ ເປັນກະບອກສຽງສຳຄັນໂຄສະນາຜົນງານ ປກສ ອອກສູ່ສັງຄົມ

0
1252

ວັນ​ສື່ມວນ​ຊົນ​ແຫ່ງ​ຊາດແລ​ະການ​ພິມ​ຈຳ​ໜ່າຍຄົບ​ຮອບ 71 ປີ ( 13 ສິງ​ຫາ 1950-13 ສິງ​ຫາ 2021) ເປັນ​ວັນ​ທີ່​ມີ​ຄວາມໝາຍຄວາມ​ສຳ​ຄັນ​ທາງ​ດ້ານ​ປະ​ຫວັດ​ສາດ​ຂອງ​ລາວ​ເຮົາ​ອີກວັນ​ໜຶ່ງເຊິ່ງ​ສະ​ແດງ​ໃຫ້​ເຫັ​ນ​ເຖິງ​ການ​ເຕີບ​ໃຫຍ່ຂະ​ຫຍາຍ​ຕົວ​ຂອງວຽກ​ສື່ມວນ​ຊົນແລະການ​ພິມ​ຈຳ​ໜ່າຍ ​ທີ່​ໄດ້​ຕິດ​ພັນ​ກັບ​ທຸກ​ບາດ​ກ້າວ​ເດີນໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ປະ​ຕິ​ວັດ​ລາວ, ເປັນ​ກະ​ບອກ​ສຽງ​ອັນ​ແຫຼມ​ຄົມໃນ​ການ​ໂຄ​ສະ​ນາ​ປຸກ​ລະ​ດົມ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃຫ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕໍ່​ສູ້​ກູ້​ຊາດແລະການ​ປົກ​ປັກ​ຮັກ​ສາ​-ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດນັບ​ແຕ່ມື້​ສ້າງຕັ້ງ​ເຖິງ​ປັດ​ຈຸ​ບັນ, ສື່ມວນ​ຊົນແລະການ​ພິມ​ຈຳ​ໜ່າຍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຂຶ້ນ​ເລື້ອຍໆທັງ​ດ້ານ​ປະ​ລິ​ມານແລະຄຸນ​ນະ​ພາບ​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ການ​ເມືອງ​ແຕ່​ລະ​ໄລ​ຍະ.

ພັທພອນ​ພິ​ລຸນປັນ​ຍາ​ສິ​ລິ ​ຮອງ​ຫົວໜ້າກົມ​ສື່ມວນ​ຊົນປກ​ສ ໄດ້ສໍາພາດຕໍ່ສື່ມວນຊົນ ປກສ ເນື່ອງໃນວັນສໍາຄັນດັ່ງກ່າວວ່າ: ກົມ​ສື່ມວນ​ຊົນປກ​ສກໍ​ເປັນ​ອີກ​ສື່ມວນ​ຊົນ​ສຳ​ນັກ​ງານ​ໜຶ່ງ​ຂອງ​ລາວ​ເຮົາ​ທີ່​ເປັນ​ກະ​ບອກ​ສຽງ​ອັນ​ສຳ​ຄັນ​ຂອງ​ພັກແລະລັດ ກໍຄືໂຄສະນາຜົນງານຂອງກຳລັງປ້ອງ ກັນຄວາມສະຫງົບອອກສູ່ສັງຄົມໃຫ້ຮັບຮູ້ຢ່າງທົ່ວເຖິງ; ກົມສື່ມວນຊົນ ປກສໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 25 ພຶດ​ສະ​ພາ 2009 ເຊິ່ງ​ໃນ​ເບື້ອງ​ຕົ້ນ​ໃສ່​ຊື່​ວ່າ: ຄະ​ນະ​ບັນ​ນາ​ທິ​ການ​ຂ່າວ​ສານປກ​ສປະ​ກອບ​ມີ 4 ກອງ​ບັນ​ນາ​ທິ​ການ​ຂຶ້ນ​ກັບ​ຄື: ວິ​ທະ​ຍຸ​ກະ​ຈາຍ​ສຽງປກ​ສ, ກອງ​ໂທ​ລະ​ພາບປກ​ສ, ກອງວາ​ລະ​ສານປກ​ສແລະກອງ​ໜັງ​ສື​ພິມ​ຄວາມ​ສະ​ຫງົບ, ​ມາ​ຮອດ​ປີ 2021 ເພື່ອ​ໃຫ້​ແທດ​ເໝາະ​ກັບ​ພາ​ລະ​ບົດ​ບາດແລະການ​ເຄື່ອນ​ໄຫວ​ວິ​ຊາ​ສະ​ເພາະ​ຕົວ​ຈິງຈຶ່ງ​ໄດ້​ປ່​ຽນ​ຊື່​ຈາກ​ຄະ​ນະ​ບັນ​ນາ​ທິ​ການ​ຂ່າວ​ສານ ​ປກ​ສມາ​ເປັນ​ ກົມ​ສື່ມ​ວນ​ຊົນປກ​ສມີ​ໜ້າ​ທີ່​ໂຄ​ສະ​ນາ​ເຜີຍແຜ່ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ, ແນວ​ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບໂດຍ​ສະ​ເພາະ​ແມ່ນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ໝາກ​ຜົນ​ກໍ່ຄື​ຜົນ​ງານ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປຸກ​ລະ​ດົມ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃຫ້​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ກາຍ​ເປັນ​ໜ້າ​ທີ່​ຂອງ​ປວງ​ຊົນ​ຮອບ​ດ້ານຈາກ​ຄະ​ນະ​ພັກ​ກະ​ຊວງກໍ່​ຄື​ຄະ​ນະ​ພັກກົມ​ໃຫຍ່​ການ​ເມືອງປກ​ສເຮັດ​ໃຫ້​ສື່ມວນ​ຊົນປກ​ສຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງສາ​ມາດ​ຮັບ​ໃຊ້​ໜ້າ​ທີ່​ການ​ເມືອງ​ໄດ້​ເປັນ​ຢ່າງ​ດີ, ທັງ​ເປັນ​ແຫຼ່ງ​ຂໍ້​ມູນ​ທີ່​ໄດ້​ຮັບ​ຄວາມ​ເຊື່ອ​ຖື ແລະ ນິ​ຍົມ​ຈາກມວນ​ຊົນ.

ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ; ສື່ມວນ​ຊົນປກ​ສໄດ້​ເອົາ​ໃຈ​ໃສ່​ຄຽງ​ບ່າ​ຄຽງ​ຄູ່ກັບ​ສື່ມວນ​ຊົນ​ລາວ​ທຸກ​ຂະ​ແໜງ​ການ​ຂອງ​ລັດໂດຍ​ສະ​ເພາະ​ກໍ່​ຄື​ກົມ​ສື່ມວນ​ຊົນ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະທຳແລະທ່ອງ​ທ່ຽວໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ໜ້າ​ທີ່​ວິ​ຊາ​ສະ​ເພາະ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງແລະມີ​ຜົນ​ສຳ​ເລັດຫຼາຍ​ດ້ານ​ເຊິ່ງ​ສະ​ແດງ​ອອກ​ ຄື: ໄດ້​ເຄື່ອນ​ໄຫວ​ລາຍ​ງານ​ຂ່າວກອງ​ປະ​ຊຸມ​ລະ​ດັບ​ຊາດ-ລະ​ດັບ​ສາ​ກົນທີ່ສ​ປ​ປລາວໄດ້​ຮັບ​ກຽດ​ເປັນ​ເຈົ້າ​ພາບ, ຕິດ​ຕາມ​ການ​ນຳ​ຂັ້ນ​ສູງກະ​ຊວງປກ​ສ ​ເຄື່ອນ​ໄຫວ​ວຽກ​ງານ​ທັງ​ພ​າຍ​ໃນແລະຕ່າງ​ປະ​ເທດ,ເກັບ​ກຳ-ລາຍ​ງານ​ຂ່າວ​ວັນ​ສຳ​ຄັນ​ຂອງ ​ພັກ-ຂອງ​ຊາດ, ໄພ​ທຳ​ມະ​ຊາດ, ພະ​ຍາດ​ລະ​ບາດ​ຢ່າງ​ເປັນ​ເຈົ້າ​ການແລະມີ​ຜົນ​ສຳ​ເລັດ. ຕໍ່​ກັບ​ຜົນ​ງານ​ເຫຼົ່າ​ນັ້ນ ​ສ​ື່ມວນ​ຊົນປກ​ສຈຶ່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍ້ອງ​ຍໍ​ຈາກ​ພັກ-ລັດ ກໍ​ຄື ​ກະ​ຊວງ​ປ້ອງ​ກັນ​ຄ​ວາມ​ສະ​ຫງົບໃນ​ນັ້ນ​ໄດ້​ຮັບ: ໄດ້​ຮັບຫຼຽນ​ໄຊ​ອິດ​ສະຫຼະຊັ້ນ II ລວ​ມ​ໝູ່ 1 ໜ່ວຍ, ບຸກ​ຄົນ​ມີຫຼຽນ​ໄຊ​ແຮງງານ​ຊັ້ນ II ຈໍານວນ 4 ສະຫາຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ III ຈໍານວນ 6 ສະຫາຍ, ຫຼຽນ​ກາແຮງງານ ມີ 11 ສະ ຫາຍ,ໃບ​ຍ້ອງ​ຍໍ​ລັດ​ຖະ​ບານ​ມີ2 ສະຫາຍ,ໄດ້​ຮັບ​ການ​ເລື່ອນ​ຊັ້ນ 12 ສະຫາຍ, ເລື່ອນ​ຕຳ​ແໜ່ງ1 ສະຫາຍ (ສະ​ເພາະ​ປີ 2021).

ພາບ-ຂ່າວ: ສົມສະໄຫວ ສີລາວົງ