ກະຊວງ ປກສ ສະເຫຼີມສະຫຼອງ ວັນລັດຖະທໍາມະນູນ ຄົບຮອບ 30 ປີ

0
1719

ໃນວັນທີ 12 ສິງຫາ 2021, ກະຊວງ ປກສ ໄດ້ຈັດພິທີສະເຫຼີມສະຫຼອງປາຖະກະຖາວັນລັດຖະທໍາມະນູນ ຄົບຮອບ 30 ປີ ( 15 ສິງຫາ 1991-15 ສິງຫາ 2021 ) ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກໍາມາທິການກົດໝາຍສະພາແຫ່ງຊາດ, ມີ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະພັກກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ກອງບັນຊາການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນລັດຖະທໍາມະນູນແຫ່ງຊາດ  ເຊິ່ງລັດຖະທຳມະນູນສະບັບທຳອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງ 2 ຄັ້ງ ຄື: ປີ 2003 ແລະ 2015 ທັງນີ້ກໍເພື່ອແນໃສ່ຍົກສູງອໍານາດແຫ່ງລັດໃຫ້ມີປະສິດທິຜົນສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນໃນໄລຍະໃໝ່. ການປະກາດໃຊ້ລັດຖະທຳມະນູນ ແມ່ນການສະ ຫຼຸບບັນດາໝາກຜົນແຫ່ງການຕໍ່ສູ້ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປະຊາຊົນບັນດາເຜົ່າ; ການປະກາດໃຊ້ ແລະ ການປັບປຸງລັດຖະທຳມະນູນ ມັນມີຄວາມໝາຍຄວາມສຳຄັນຕໍ່ປະເທດຊາດຂອງພວກເຮົາເພາະວ່າລັດຖະທຳມະນູນເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນເອົາແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ແນໃສ່ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ, ເຊີດຊູບົດບາດເປັນເຈົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ ພັກໄດ້ກຳນົດໄວ້.

ການປະກາດໃຊ້ລັດຖະທໍາມະນູນເປັນເຫດການ ການເມືອງທີ່ສຳຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ທີ່ສ່ອງແສງໃຫ້ເຫັນລັກສະນະທາດແທ້ ແລະ ການ ເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ ປະຊາຊົນປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ພາບ-ຂ່າວ: ຄຳໂຖ ວັນນະລາດ